ນັບມາຮອດທ້າຍເດືອນທັນວາ 2022, ຜູ້ໃຊ້ອິນເຕີເນັດຂອງປະເທດຈີນໄດ້ບັນລຸເຖິງ 1 ຕື້ 67 ລ້ານຄົນ

2023-03-03 11:02:27 cri

ວັນທີ 2 ມີນາ 2023, ສູນຂໍ້ມູນອິນເຕີເນັດແຫ່ງຊາດຈີນຫຼື CNNIC ໄດ້ເປີດຜີຍ “ບົດລາຍງານສະຖິຕິສະພາບການພັດທະນາອິນເຕີເນັດຈີນ” ສະບັບທີ 51. ອີງຕາມບົດລາຍງານສະແດງໃຫ້ເຫັນວ່າ, ນັບມາຮອດທ້າຍເດືອນທັນວາ 2022, ຜູ້ໃຊ້ອິນເຕີເນັດຂອງຈີນໄດ້ບັນລຸເຖິງ 1 ຕື້ 67 ລ້ານຄົນ, ເພີ່ມຂຶ້ນ 35,49 ລ້ານຄົນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ປະຊາຊົນຈີນທີ່ໃຊ້ອິນເຕີເນັດໄດ້ບັນລຸເຖິງ 75,6%.