ອາເມຣິກາຫ້າມໃຊ້ TikTok ເປັນການຢຽບຢ່ຳທຳລາຍຄວາມຍຸຕິທຳ ແລະຄວາມເປັນທຳຂອງຕະຫຼາດ ກໍຄືລະບຽບສາກົນຢ່າງເປີດແປນ

2023-03-03 17:04:49 cri

ວັນທີ 27 ກຸມພາແລ້ວນີ້, ທຳນຽບປະທານາທິບໍດີ ຫຼືທຳນຽບຂາວຂອງອາເມຣິກາໄດ້ອອກແຈ້ງການ ໂດຍໃຫ້ພາກສ່ວນລັດລຶບ TikTok ອອກຈາກອຸປະກອນ ແລະລະບົບຂອງສະຫະລັດພາຍໃນ 30 ວັນ. ມື້ດຽວກັນ, ການາດາ ແລະຍີ່ປຸ່ນກໍໄດ້ຮຽກຮ້ອງໃຫ້ອຸປະກອນຂອງລັດຂອງປະເທດຕົນບໍ່ໃຫ້ນຳໃຊ້ TikTok. TikTok ທີ່ເປັນແອັບທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍທີ່ສຸດຈາກໄວໜຸ່ມໃນທົ່ວໂລກ, ເປັນຫຍັງຈຶ່ງຖືກອາເມຣິກາ ແລະປະເທດຕາເວັນຕົກຈຳນວນໜຶ່ງ ໃຊ້ຄວາມກົດດັນຢ່າງໄຮ້ເຫດຜົນ?

ອາເມຣິກາ ແລະປະເທດຕາເວັນຕົກຈຳນວນໜຶ່ງອອກຄຳສັ່ງຫ້າມໃຊ້ TikTok ຕົ້ນຕໍແມ່ນມີຂໍ້ອ້າງສອງດ້ານ ຄື: ໜຶ່ງ, ຄວາມປອດໄພດ້ານຂໍ້ມູນ ແລະສອງ, ເນື້ອໃນຈະມີຜົນດ້ານລົບຕໍ່ຜູ້ທີ່ຍັງບໍ່ເຕັມອາຍຸກະສຽນ. ຕາມສື່ມວນຊົນລາຍງານໃຫ້ຮູ້ວ່າ: ເພື່ອບໍ່ໃຫ້ພາກສ່ວນຕິດຕາມຄຸ້ມຄອງຂອງອາເມຣິກາມີຄວາມເປັນຫ່ວງ, ຝ່າຍ TikTok ບໍ່ພຽງແຕ່ໄດ້ຝາກຂໍ້ມູນຂອງຜູ້ໃຊ້ບໍລິການໃຫ້ບໍສິສັດ Oracle ຂອງອາເມຣິກາເປັນຜູ້ຮັກສາເທົ່ານັ້ນ, ແມ່ນກະທັ້ງບໍລິສັດແມ່ຂອງ TikTok ກໍບໍ່ສາມາດເຂົ້າເບິ່ງຂໍ້ມູນດັ່ງກ່າວທີ່ TikTok ຝາກຢູ່ນຳ Oracle ນັ້ນໄດ້. ອາເມຣິກາຫ້າມໃຊ້ TikTok ດ້ວຍຂໍ້ອ້າງທີ່ວ່າ ຍ້ອນພິຈາລະນາເຖິງ “ຄວາມປອດໄພດ້ານຂໍ້ມູນ” ນັ້ນ ເປັນຄຳເວົ້າທີ່ບໍ່ມີບ່ອນອ້າງອີງແຕ່ຢ່າງໃດເລີຍ. ເມື່ອເວົ້າເຖິງເນື້ອໃນທີ່ມີຜົນດ້ານລົບ, Twitter, Facebook ແລະແອັບອື່ນໆຍິ່ງເຮັດໃຫ້ຄົນເປັນຫ່ວງຫຼາຍກວ່າ ເພາະວ່າຢູ່ໃນແອັບເຫຼົ່ານີ້ນອກຈາກມີຂໍ້ມູນຂ່າວສານປອມຈຳນວນຫຼວງຫຼາຍແລ້ວ, ຍັງມີເນື້ອໃນການໃຊ້ຄວາມຮຸນແຮງ, ລາມົກ ແລະລັດທິຫົວຮຸນແຮງອີກດ້ວຍ. ເນື້ອໃນເຫຼົ່ານີ້ສາມາດເຜີຍແຜ່ໄປສູ່ກຸ່ມຄົນທີ່ຢູ່ທຸກເຂດແຄວ້ນ ແລະທຸກເກນອາຍຸ ໂດຍບໍ່ມີການກັ່ນຕອງ, ນີ້ເປັນການຍາກທີ່ຄິດອອກໄດ້.

ທີ່ຈິງແລ້ວ, ອາເມຣິກາໂຈມຕີ TikTok ເປັນການໃຫຍ່ ສາເຫດພື້ນຖານກໍຄື ລັດທິເຈົ້າອຳນາດດ້ານຫາງສຽງຂອງອາເມຣິການັ້ນເອງ. ສິ່ງບັນຈຸລັດທິເຈົ້າອຳນາດດ້ານວັດທະນະທຳຂອງອາເມຣິກາ ຕົ້ນຕໍມີສອງອັນ: ໜຶ່ງແມ່ນສື່ດັ້ງເດີມ, ສອງແມ່ນສື່ສັງຄົມອອນລາຍ. ຄຽງຄູ່ກັບການປະກົດຕົວຂອງສື່ມວນຊົນແບບໃໝ່, ຖານະບົດບາດຂອງສື່ດັ້ງເດີມຂອງອາເມຣິກາ ເຊັ່ນ Hollywood ເປັນຕົ້ນ ບໍ່ໄດ້ຫຼາຍຄືເກົ່າແລ້ວ. ພາຍໃຕ້ສະພາບການດັ່ງກ່າວ, ອາເມຣິກາໄດ້ຖືທ້າຍດ້ານການສະແດງຄວາມຄິດເຫັນຂອງປະຊາຊົນໃນທົ່ວໂລກໃນໜຽວແໜ້ນ ໂດຍຜ່ານການຄວບຄຸມບໍລິສັດອິນເຕີເນັດຂະໜາດໃຫຍ່ຕ່າງໆ ເຊັ່ນ: Twitter, Facebook ແລະອື່ນໆ. ຫຼັງຈາກຊື້ Twitter  ແລ້ວ, ທ່ານເອລອນ ຣິບ ມັສ ເປີດເຜີຍຂ່າວລັບໃຫ້ຮູ້ວ່າ: ລັດຖະບານອາເມຣິກາຈະສັ່ງໃຫ້ຜູ້ບໍລິຫານ Twitter ຈຳກັດ ຫຼືລຶບເນື້ອໃນຈຳນວນໜຶ່ງໂດຍອີງຕາມຄວາມຄິດເຫັນຂອງລັດຖະບານອາເມຣິກາ. ນີ້ໄດ້ສະແດງໃຫ້ເຫັນຢ່າງເຕັມທີ່ວ່າ: ລັດຖະບານອາເມຣິກາໄດ້ຜູກຂາດຊ່ອງທາງຂໍ້ມູນຂ່າວສານດ້ານຄວາມຄິດເຫັນຂອງປະຊາຊົນໃນໂລກອອນລາຍ ໂດຍຜ່ານບໍລິສັດອິນເຕີເນັດຂະໜາດໃຫຍ່.

ອາເມຣິກາທີ່ໄດ້ຮັບຜົນປະໂຫຍດຈາກເລື່ອງດັ່ງກ່າວ ໄດ້ຮັບຮູ້ເຖິງຄວາມສຳຄັນໃນການເປັນເຈົ້າອຳນາດດ້ານສື່ມວນຊົນ ແລະເປັນເຈົ້າອຳນາດດ້ານຫາງສຽງ. ແຕ່ໃນປັດຈຸບັນ, ການເປັນເຈົ້າອຳນາດດ້ານສື່ມວນຊົນ ແລະເປັນເຈົ້າອຳນາດດ້ານຫາງສຽງຂອງອາເມຣິກາ ພັດໄດ້ຖືກທ້າທາຍຈາກ TikTokແລ້ວ. ຍົກຕົວຢ່າງ ອຸບັດເຫດລົດໄຟຕົກລາງ ແລະສານເຄມີຮົ່ວໄຫຼທີ່ເກີດຂຶ້ນຢູ່ລັດໂອໄຮໂອໃນຄັ້ງນີ້, ຫຼັງຈາກອຸບັດເຫດດັ່ງກ່າວເກີດຂຶ້ນໃນວັນທີ 3 ກຸມພາ 2023, ສື່ມວນຊົນຫຼັກແຫ່ງຕ່າງໆຂອງອາເມຣິກາບໍ່ຄ່ອຍໄດ້ມີການລາຍງານຂ່າວກ່ຽວກັບເລື່ອງນີ້, ມີແຕ່ຢູ່ທາງ TikTok ເທົ່ານັ້ນ, ປະຊາຊົນທ້ອງຖິ່ນຈຶ່ງນຳເອົາວີດີໂອໄປໂພສລົງ, ແລ້ວຈຶ່ງມີຄົນຕິດຕາມ ແລະຄ່ອຍໆແຜ່ລາມໄປ.

ການຫ້າມໃຊ້ TikTok ໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງທັດສະນະດ້ານຄວາມໝັ້ນຄົງຂອງລັດທິເຈົ້າອຳນາດຂອງອາເມຣິກາ, ເປັນການຢຽບຢ່ຳທຳລາຍຄວາມຍຸຕິທຳ ແລະຄວາມເປັນທຳຂອງຕະຫຼາດ ກໍຄືລະບຽບສາກົນຢ່າງເປີດແປນ.