ກອງທັບອາກາດສ.ເກົາຫຼີແລະອາເມຣິກາຈັດການຊ້ອມຮົບຮ່ວມ

2023-03-04 14:21:28 CRI

 

ຕາມຂ່າວCRI: ວັນທີ 3 ມີນານີ້, ກະຊວງປ້ອງກັນປະເທດສ.ເກົາຫຼີແຈ້ງຂ່າວວ່າ, ກອງທັບອາກາດຂອງສ.ເກົາຫຼີແລະອາເມຣິກາໄດ້ຈັດການຊ້ອມຮົບຮ່ວມທາງອາກາດໃນມື້ດຽວກັນ, ຍົນຖິ້ມລະເບີດຍຸດທະສາດB-1B ກອງທັບອາກາດອາເມຣິກາໄດ້ເຂົ້າຮ່ວມການຊ້ອມຮົບຮ່ວມຄັ້ງນີ້.

 

ຂ່າວແຈ້ງອີກວ່າ, ການຊ້ອມຮົບຮ່ວມໄດ້ຈັດຂຶ້ນຢູ່ນ່ານຟ້າເຂດທະເລພາກຕາເວັນຕົກຂອງແຫຼມເກົາຫຼີແລະນ່ານຟ້າບົກພາກກາງສ.ເກົາຫຼີ, ຍົນຖິ້ມລະເບີດຍຸດທະສາດB-1B ຂອງກອງທັບອາກາດອາເມຣິກາແລະຍົນຮົບ F-15K, KF-16ຂອງກອງທັບອາກາດສ.ເກົາຫຼີໄດ້ເຂົ້າຮ່ວມການຊ້ອມຮົບຮ່ວມ. ກະຊວງປ້ອງກັນປະເທດສ.ເກົາຫຼີໃຫ້ຮູ້ວ່າ, ການຊ້ອມຮົບຮ່ວມມີພົນດີຕໍ່ການເພີ່ມທະວີຄວາມສາມາດດ້ານການປະຕິບັດໜ້າທີ່ແລະຄວາມສາມາດດ້ານການປະສານງານໃນການສູ້ຮົບຮ່ວມລະຫວ່າງກອງທັບອາກາດສ.ເກົາຫຼີ-ອາເມຣິກາ.