ຜູ້ຕາງໜ້າຈີນທວງໃຫ້ຍີ່ປຸ່ນບໍ່ໃຫ້ປ່ອຍນ້ຳປົນເປື້ອນລັງສີນີວເຄລຍຢູ່ໂຮງໄຟຟ້າຟູຄູຊິມະລົງສູ່ທະເລຕາມລຳພັງໃຈ

2023-03-08 12:28:46 cri


   ວັນທີ 6 ມີນານີ້ຕາມເວລາທ້ອງຖິ່ນ, ກອງປະຊຸມສະພາບໍລິຫານປະຈຳເດືອນມີນາຂອງອົງການພະລັງງານປະລະມານູສາກົນໄດ້ໄຂຂຶ້ນຢູ່ນະຄອນຫຼວງວຽນປະເທດໂອຕຣິດ. ທ່ານຫຼີວຈິ້ງ ຮອງຫົວໜ້າອົງການພະລັງງານປະລະມານູແຫ່ງຊາດຈີນໄດ້ປະກອບຄຳຄິດຄຳເຫັນໃນຫົວຂໍ້ຄວາມປອດໄພດ້ານນີວເຄລຍ ໂດຍໄດ້ຊີ້ແຈງຈຸດຢືນແລະຄວາມເປັນຫ່ວງຂອງຝ່າຍຈີນຢ່າງເຂັ່ງຂຶມກ່ຽວກັບບັນຫາແກ້ໄຂນ້ຳປົນເປື້ອນລັງສີນີວເຄລຍຢູ່ໂຮງໄຟຟ້າຟູຄູຊິມະຂອງຍີ່ປຸ່ນ.


   ທ່ານຫຼີວຈິ້ງໄດ້ຊີ້ໃຫ້ເຫັນວ່າ: ຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລຕິດພັນກັບສະພາບແວດລ້ອມທາງທະເລຂອງໂລກແລະສຸຂະພາບຂອງປວງຊົນ,ບໍ່ແມ່ນເລື່ອງສ່ວນຕົວຂອງຍີ່ປຸ່ນພຽງປະເທດດຽວ.ອົງການພະລັງງານປະລະມານູສາກົນຍັງບໍ່ທັນໄດ້ສຳເລັດການປະເມີນແຜນການແກ້ໄຂຂອງຍີ່ປຸ່ນ, ຍິ່ງບໍ່ທັນມີຂໍ້ສະຫຼຸບທີ່ລະອຽດ, ບົດລາຍງານ 3 ສະບັບທີ່ເຜີຍແຜ່ມາຮອດປັດຈຸບັນນີ້ລ້ວນແຕ່ຊີ້ອອກວ່າ: ແຜນການແກ້ໄຂແລະຕິດຕາມກວດການ້ຳ ປົນເປື້ອນລັງສີນີວເຄລຍຂອງຍີ່ປຸ່ນມີບ່ອນທີ່ບໍ່ສອດຄ່ອງກັບມາດຕະຖານດ້ານຄວາມປອດໄພຂອງອົງການດັ່ງກ່າວ,ພ້ອມທັງໄດ້ສະເໜີຂໍ້ສະເໜີກ່ຽວກັບການດັດແປງຫຼາຍຂໍ້.ແຕ່ຍີ່ປຸ່ນບໍ່ເອົາຫົວຊານຳຄວາມເຫັນທີ່ຊົງອິດທິພົນດ້ານວິຊາການຂອງອົງການແລະສຽງຄັດຄ້ານພາຍໃນປະເທດແລະຕ່າງປະເທດ, ໂດຍອະນຸມັດແຜນການປ່ອຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລຕາມລຳພັງໃຈ, ພ້ອມທັງເລັ່ງລັດຊຸກຍູ້ການສ້າງສິ່ງກໍ່ສ້າງປ່ອຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລ,ນີ້ແມ່ນການກະທຳທີ່ບໍ່ມີຄວາມຮັບຜິດຊອບຂອງປະເທດສະມາຊິກອົງການດັ່ງກ່າວ, ພາໃຫ້ປະຊາຄົມໂລກແລະປະເທດທີ່ກ່ຽວຂ້ອງມີຄວາມເປັນຫ່ວງຢ່າງແຮງກ້າ.


   ທ່ານຫຼີວຈິ້ງກ່າວຕື່ມວ່າ: ຈີນສະໜັບສະໜູນທາງອົງການດຳເນີນວຽກງານຕ່າງໆໂດຍປິ່ນອ້ອມບັນຫາແກ້ໄຂນ້ຳປົນເປື້ອນລັງສີນີວເຄລຍຂອງຍີ່ປຸ່ນ, ຫວັງວ່າທາງອົງການຈະສືບຕໍ່ປະຕິບັດໜ້າທີ່ໂດຍຍຶດໝັ້ນຈຸດຢືນທີ່ພາວະວິໄສແລະຍຸຕິທຳ, ຮັບຟັງຄວາມເຫັນຂອງຝ່າຍທີ່ມີສ່ວນກ່ຽວຂ້ອງດ້ານຜົນປະໂຫຍດ, ຈັດຕັ້ງປະຕິບັດມາດຕະຖານດ້ານຄວາມປອດໄພທີ່ກ່ຽວຂ້ອງຂອງອົງການແລະພຶດຕິກຳທີ່ດີຂອງສາກົນຢ່າງເຄັ່ງຄັດ, ຊ່ວຍປະຊາຄົມໂລກຮັບປະກັນຄວາມປອດໄພເດັດຖານໃນການແກ້ໄຂນ້ຳປົນເປື້ອນລັງສີນີວເຄລຍຢູ່ໂຮງໄຟຟ້າຟູຄູຊິມະຂອງຍີ່ປຸ່ນ.