ນາຍົກມາເລເຊຍຢືນຢັນວ່າ ຈີນເປັນຄູ່ຮ່ວມເສດຖະກິດສຳຄັນຂອງມາເລເຊຍ

2023-03-09 10:57:55 cri

ໃນເວລາກ່າວຄຳປາໄສໃນເວທີເປິກສາຫາລື“ການລົງທຶນຢູ່ມາເລເຊຍ”2023ທີ່ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີປະເທດມາເລ ເຊຍໃນວັນທີ 8 ມີນານີ້, ທ່ານດາໂຕ ເຊຣີ ອັນວາ ບິນ ອີບຣາຮິມ ນາຍົກລັດຖະມົນຕີມາເລເຊຍກ່າວຢືນຢັນວ່າ: ປີ2023, ເສດຖະກິດໂລກຍັງຄົງປະເຊີນກັບສິ່ງທ້າທາຍຕ່າງໆເຊັ່ນ: ຈັງຫວະການເຕີບໂຕຊ້າລົງແລະໄພເງິນເຟີ້ເປັນຕົ້ນ. ຈີນເປັນຫົວຈັກສຳຄັນໃນການຂັບເຄື່ອນການເຕີບໂຕດ້ານເສດຖະກິດ, ແລະເປັນຄູ່ຮ່ວມເສດຖະກິດສຳຄັນຂອງມາເລເຊຍ.

  ວັນທີ 8 ມີນານີ້, ອົງການການລົງທຶນແລະພັດທະນາມາເລເຊຍໄດ້ເຜີຍແຜ່ບົດລາຍງານໃຫ້ຮູ້ວ່າ: ປີ2022, ຈີນເປັນແຫຼ່ງທຶນຕ່າງປະເທດໃຫຍ່ທີ່ສຸດຂອງມາເລເຊຍ, ມາເລເຊຍໄດ້ອະນຸມັດການລົງທຶນໂດຍກົງຂອງຕ່າງປະເທດລວມມູນຄ່າທັງໝົດ163,3ຕື້ຣິງກິດ(ຫຼືປະມານ36ຕື້860ລ້ານໂດລາ), ໃນນັ້ນ ມູນຄ່າການລົງທຶນຂອງຈີນກວມ33,9%.

ອີງຕາມສະຖິຕິຂອງຈີນ, ມູນຄ່າການຄ້າລະຫວ່າງຈີນ-ມາເລເຊຍໃນປີ2022ບັນລຸ203,6ຕື້ໂດລາ, ເພີ່ມຂຶ້ນ15,3%ເມື່ອທຽບໃສ່ປີ2021, ຈີນເປັນຄູ່ການຄ້າໃຫຍ່ທີ່ສຸດຂອງມາເລເຊຍເປັນ14ປີລຽນຕິດ.