ເດືອນກຸມພາ 2023 ດັດສະນີCPI ຂອງຈີນເພີ່ມຂຶ້ນ 1%

2023-03-10 14:34:45 CRI


ວັນທີ 9 ມີນາ 2023, ອົງການສະຖິຕິແຫ່ງຊາດຈີນໄດ້ເປີດເຜີຍຕົວເລກໂດຍສະແດງໃຫ້ເຫັນວ່າ: ໃນເດືອນກຸມພາ 2023, ດັດສະນີລາຄາບໍລິໂພກຂອງພົນລະເມືອງທົ່ວປະເທດ ຫຼື CPI ໄດ້ເພີ່ມຂຶ້ນ 1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ເຊິ່ງຈັງຫວະເພີ່ມຂຶ້ນໄດ້ຫຼຸດລົງ 1,1% ດັດສະນີລາຄາບໍລິໂພກ ໄດ້ຫຼຸດລົງ 0,5%ເມື່ອທຽບໃສ່ເດືອນມັງກອນ 2023 ເນື່ອງຈາກເດືອນມັງກອນໄດ້ເພີ່ມຂຶ້ນ 0,8%.


ທ່ານນາງຕົງລີ້ຈ່ວນ, ຫົວໜ້ານັກສະຖິຕິພະແນກຕົວເມືອງອົງການສະຖິຕິແຫ່ງຊາດຈີນໃຫ້ຮູ້ວ່າ, ໃນເດືອນກຸມພາ 2023, ເນື່ອງຈາກຄວາມຕ້ອງການດ້ານບໍລິໂພກຫຼັງຈາກໄລຍະບຸນກຸດຈີນໄດ້ຫຼຸດຕ່ຳລົງ, ການສະໜອງໃນຕະຫຼາດມີຄວາມພຽງພໍ ແລະ ປັດໄຈອື່ນໆ, ລາຄາການບໍລິໂພກຂອງພົນລະເມືອງໄດ້ຫຼຸດລົງເມື່ອທຽບໃສ່ເດືອນມັງກອນທີ່ຜ່ານມາ, ຈັງຫວະເພີ່ມຂຶ້ນກໍໄດ້ຫຼຸດລົງເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.


ອີງຕາມຕົວເລກສະຖິຕິສະແດງໃຫ້ເຫັນວ່າ, ໃນເດືອນກຸມພາ 2023, ລາຄາອາຫານໄດ້ເພີ່ມຂຶ້ນ 2,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ຈັງຫວະເພີ່ມຂຶ້ນໄດ້ຫຼຸດລົງ 3,6% ເມື່ອທຽບໃສ່ເດືອນມັງກອນ. ລາຄາສິນຄ້າທີ່ບໍ່ແມ່ນປະເພດອາຫານໄດ້ເພີ່ມຂຶ້ນ0,6%, ຈັງຫວະເພີ່ມຂຶ້ນໄດ້ຫຼຸດລົງ 0,6% ເມື່ອທຽບໃສ່ເດືອນມັງກອນ.