ນັກບິນອະວະກາດຍານອະວະກາດບັນທຸກຄົນເຊີນໂຈ່ວ-15 ມີແຜນການກັບຄືນມາໃນເດືອນມິຖຸນາ, ຈີນຈະດຳເນີນການຄົ້ນຄວ້າ ແລະການຜະລິດໃນໄລຍະຂຶ້ນໄປດວງຈັນຢ່າງຮອບດ້ານໃນປີນີ້

2023-03-13 15:02:13 cri

 

ວັນທີ 12 ມີນານີ້, ນັກຂ່າວໄດ້ຮັບຮູ້ຂໍ້ມູນຈາກຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນວ່າ: ປັດຈຸບັນນີ້, ສະຖານີອະວະກາດຈີນແມ່ນດຳເນີນງານຢ່າງໝັ້ນທ່ຽງຢູ່ໃນວົງໂຄຈອນ, ນັກບິນອະວະກາດຂອງຍານອະວະກາດບັນທຸກຄົນເຊີນໂຈ່ວ-15 ຢູ່ໃນສະພາບດີ, ແລະມີແຜນການກັບຄືນມາໜ່ວຍໂລກໃນເດືອນມິຖຸນາປີນີ້.

 

ຕາມການຈັດວາງວຽກງານ, ໃນປີ 2023 ຈີນຈະຍິງສົ່ງຍານອະວະກາດຂົນສົ່ງວັດຖຸທ່ຽນໂຈ່ວ-6, ຍານອະວະກາດບັນທຸກຄົນເຊີນໂຈ່ວ-16 ແລະເຊີນໂຈ່ວ-17, ນີ້ແມ່ນໜ້າທີ່ການບິນຊຸດທຳອິດພາຍຫຼັງສະຖານີອະວະກາດໄດ້ສ້າງສຳເລັດຢ່າງຮອບດ້ານ ແລະເຂົ້າສູ່ໄລຍະການນຳໃຊ້ ແລະການພັດທະນາໃໝ່. ປັດຈຸບັນນີ້, ຍານອະວະກາດຂົນສົ່ງວັດຖຸທ່ຽວໂຈ່ວ-6ໄດ້ສຳເລັດວຽກງານທີ່ກ່ຽວຂ້ອງ ແລະສົ່ງໄປສູ່ສະຖານທີ່ຍິງສົ່ງການບິນອະວະກາດເວີນຊ່າງແລ້ວ, ມີແຜນການຈະຍິງສົ່ງໃນເດືອນພຶດສະພາປີນີ້. ນັກບິນອະວະກາດທີ່ຈະປະຕິບັດໜ້າທີ່ການບິນປະຈຳຍານອະວະກາດບັນທຸກຄົນເຊີນໂຈ່ວ-16 ແລະເຊີນໂຈ່ວ-17 ໄດ້ຄັດເລືອກໄວ້ແລ້ວ ແລະພວມດຳເນີນການຝຶກຊ້ອມຢູ່.