ມວນຊົນຍີ່ປຸ່ນໂຮມຊຸມນຸມຄັດຄ້ານພຶດຕິກຳເພີ່ມທະວີການຊື້ຂາຍອາວຸດຂອງຍີ່ປຸ່ນ

2023-03-16 15:03:05 CRI

 

ຕາມຂ່າວCRI: ງານວາງສະແດງສາກົນວຽກງານປ້ອງກັນແລະອຸປະກອນປ້ອງກັນຄວາມປອດໄພ 2023 ຍີ່ປຸ່ນໄດ້ໄຂຂຶ້ນຢູ່ແຂວງຊີບາເກນຂອງຍີ່ປຸ່ນໃນວັນທີ 15 ມີນານີ້. ມີມວນຊົນ 300 ກວ່າຄົນໄດ້ໂຮມຊຸມນຸມຢູ່ຕໍ່ໜ້າປະຕູຂອງສູນວາງສະແດງ, ເພື່ອປະທ້ວງຢ່າງຮຸນແຮງຕໍ່ພຶດຕິກຳເພີ່ມທະວີການຊື້ຂາຍອາວຸດຂອງຍີ່ປຸ່ນ.

 

ນີ້ແມ່ນຍີ່ປຸ່ນໄດ້ຈັດງານວາງສະແດງດັ່ງກ່າວເປັນຄັ້ງທີ 2, ຫຼັງຈາກຄັ້ງທຳອິດຈັດຂຶ້ນໃນປີ 2019. ໃນງານວາງສະແດງ, ມີວິສາຫະກິດອຸປະກອນທາງທະຫານ 250 ແຫ່ງທີ່ມາຈາກ 65 ປະເທດໄດ້ເຂົ້າຮ່ວມ, ໄດ້ເພີ່ມຂຶ້ນປະມານ 100 ແຫ່ງເມື່ອທຽບໃສ່ປີ 2019.

 

ໃນມື້ດຽວກັນ, ມີມວນຊົນ 300 ກວ່າຄົນໄດ້ໂຮມຊຸມນຸມຢູ່ຕໍ່ໜ້າປະຕູຂອງສູນວາງສະແດງ, ພ້ອມທັງຮ້ອງຄຳຂວັນດ້ວຍສຽງດັງວ່າ: “ປະຕິເສດການກະກຽມເພື່ອເຮັດສົງຄາມ” “ປະຕິເສດຕໍ່ພໍ່ຄ້າຄວາມຕາຍ” “ຄັດຄ້ານສົງຄາມ” ແລະຄຳຂວັນອື່ນໆເພື່ອປະທ້ວງຢ່າງຮຸນແຮງຕໍ່ພຶດຕິກຳເພີ່ມທະວີການຊື້ຂາຍອາວຸດຂອງຍີ່ປຸ່ນ. ພາຍຫຼັງກ່າວປະທ້ວງແລ້ວ, ມວນຊົນທັງໝົດຍັງໄດ້ນອນຮາບຢູ່ພື້ນດິນ, ເພື່ອສະແດງການປະທ້ວງດ້ວຍພາສາກາຍ.