ລັດຖະມົນຕີການຕ່າງປະເທດຈີນໂອ້ລົມກັບລັດຖະມົນຕີການຕ່າງປະເທດອູແກຣນຜ່ານທາງໂທລະສັບ

2023-03-17 15:21:55 cri

 

ວັນທີ 16 ມີນານີ້, ທ່ານສິນກ່າງ ທີ່ເປິກສາແຫ່ງລັດ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ໂອ້ລົມກັບທ່ານດິມີໂຕຣ ກູເລບາ ລັດຖະມົນຕີກະຊວງການຕ່າງປະເທດອູແກຣນຜ່ານທາງໂທລະສັບ.

 

ທ່ານສິນກ່າງກ່າວວ່າ: ພາຍຫຼັງໄດ້ສ້າງຕັ້ງສາຍພົວພັນທາງການທູດເປັນເວລາ 31 ປີມານີ້, ສາຍພົວພັນຈີນ-ອູແກຣນໄດ້ຮັກສາທ່ວງທ່າການພັດທະນາ. ຝ່າຍອູແກຣນໄດ້ກ່າວວ່າຈະສຸມໃສ່ການສ້າງສາຍພົວພັນຢ່າງຈິງໃຈກັບຈີນບົນພື້ນຖານເຄົາລົບເຊິ່ງກັນ ແລະກັນ, ຈີນສະແດງຄວາມຊົມເຊີຍ ແລະຍິນດີຮ່ວມກັບອູແກຣນຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງໝັ້ນທ່ຽງແບບຍືນຍົງ.

 

ທ່ານກູເລບາກ່າວວ່າ: ຈີນບໍ່ພຽງແຕ່ແມ່ນປະເທດຄູ່ຮ່ວມມືທີ່ສຳຄັນຂອງອູແກຣນເທົ່ານັ້ນ, ຍັງແມ່ນປະເທດໃຫຍ່ທີ່ຂາດບໍ່ໄດ້ໃນວຽກງານສາກົນ. ອູແກຣນປະຕິບັດຕໍ່ສາຍພົວພັນຂອງສອງປະເທດດ້ວຍສາຍຕາທີ່ຍາວໄກ, ແລະຈະສືບຕໍ່ຍຶດໝັ້ນຫຼັກການປະເທດຈີນດຽວ, ຫວັງຂະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນກັບຈີນ ແລະລົງເລິກການຮ່ວມມືໃນຂົງເຂດຕ່າງໆ.

 

ທ່ານກູເລບາຍັງໄດ້ແນະນຳສະພາບການຫຼ້າສຸດຂອງວິກິດການອູແກຣນ ແລະເວົ້າເຖິງວິໄສທັດການເຈລະຈາສັນຕິພາບ, ໂດຍໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດ້ານມະນຸດສະທຳຂອງຈີນໃຫ້ກັບອູແກຣນ, ແລະຫວັງຈະຮັກສາການແລກປ່ຽນກັບຈີນ.