ວິສາຫະກິດຈີນພ້ອມກັນເຂົ້າຮ່ວມງານວາງສະແດງສິນຄ້າຈີນ(ອິນໂດເນເຊຍ)ຄັ້ງທີ 3

2023-03-17 15:21:52 CRI

 

ຕາມຂ່າວCRI: ວັນທີ 16 ມີນານີ້, ງານວາງສະແດງສິນຄ້າຈີນ(ອິນໂດເນເຊຍ)ຄັ້ງທີ 3 ທີ່ຈະດຳເນີນໄປເປັນເວລາ 3 ວັນໄດ້ໄຂຂຶ້ນຢູ່ນະຄອນຫຼວງຈາກາກຕາຂອງອິນໂດເນເຊຍ, ມີວິສາຫະກິດ 725 ແຫ່ງທີ່ມາຈາກ 6 ແຂວງຄື: ແຂວງເຈີ້ຈ່ຽງ, ແຂວງຈ່ຽງຊູ່, ແຂວງກວາງຕຸຸງ, ແຂວງຊ່ານຕົ່ງ, ແຂວງຟູຈ້ຽນແລະແຂວງຈີລີນໄດ້ເຂົ້າຮ່ວມງານວາງສະແດງຄັ້ງນີ້.

 

ງານວາງສະແດງຄັ້ງນີ້ໄດ້ຟື້ນຟູຮູບແບບທີ່ມີການເຂົ້າຮ່ວມງານຜ່ານທາງອອຟລາຍ, ໄດ້ເພີ່ມທະວີການແລກປ່ຽນແບບເຊິ່ງໜ້າ, ລວມມີຜູ້ຕາງໜ້າຂອງວິສາຫະກິດ 850 ຄົນໄດ້ເຂົ້າຮ່ວມງານວາງສະແດງກັບທີ່.


ງານວາະແດງໄດ້ຈັດວາງການວາງສະແດງວິຊາສະເພາະ 8 ປະເພດ, ເຊັ່ນ: ແຜ່ນແພແລະເສື້ອຜ້າ, ເອເຣັກໂຕຼນິກບໍລິໂພກ, ອຸປະກອນກໍ່ສ້າງແລະ ເຄື່ອງໂລຫະ, ເຄື່ອນໄຟຟ້າປະຈຳວັນ, ເຄື່ອງຈັກອຸດສາຫະກຳແລະອື່ນໆ, ຍັງດ້ວຍຮູບແບບທີ່ມີ VR ແລະອິນເຕີເນັດປະສົມປະສານກັນ, ຍົກສູງປະສິດທິຜົນແລະຄວາມຮູ້ສຶກຂອງຜູ້ເຂົ້າຮ່ວມງານວາງສະແດງ.