ຈັດກອງປະຊຸມສະຫະພັນບານເຕະສາກົນຄັ້ງທີ 73

2023-03-17 16:07:23 cri


ວັນທີ 16 ມີນານີ້, ກອງປະຊຸມສະຫະພັນບານເຕະສາກົນຄັ້ງທີ 73 ໄດ້ຈັດຂຶ້ນຢູ່ນະຄອນຫຼວງກີກາລີຂອງຣູວັນດາ.



ກ່ອນຈັດກອງປະຊຸມຄັ້ງນີ້, ສະຫະພັນບານເຕະສາກົນໄດ້ຈັດກອງປະຊຸມຂອງຄະນະບໍລິຫານງານ, ເຊິ່ງໄດ້ເປິກສາຫາລືກ່ຽວກັບບັນຫາສຳຄັນຕ່າງໆ ເຊັ່ນ: ລະບຽບແລະວາລະການແຂ່ງຂັນເຕະບານຊີງແຊັມໂລກປີ 2026ແລະອື່ນໆ, ຫົວຂໍ້ເຫຼົ່ານີ້ລ້ວນແຕ່ໄດ້ຜ່ານຮັບຮອງໃນກອງປະຊຸມຢ່າງສະດວກ.


ໃນກອງປະຊຸມຄັ້ງນີ້, ທ່ານ ກີອັນນີ ອິນຟັນຕິໂນ ໄດ້ຂຶ້ນຮັບຕຳແໜ່ງເປັນປະທານສະຫະພັນບານເຕະສາກົນອີກສະໄໝໜຶ່ງ, ໄລຍະດຳລົງຕຳແໜ່ງແມ່ນຮອດປີ 2027.



ສະຫະພັນບານເຕະສາກົນຫຼື FIFA ໄດ້ເພີ່ມຍອດຈຳນວນເງິນລາງວັນການແຂ່ງຂັນເຕະບານຍິງຊີງແຊັມໂລກ ທີ່ຈະຈັດຂຶ້ນໃນປີນີ້ ໃຫ້ຫຼາຍກວ່າ 150 ລ້ານໂດລາ, ເຊິ່ງຫຼາຍກວ່າເງິນລາງວັນການແຂ່ງຂັນເຕະບານຍິງຊີງແຊັມໂລກປີ 2019 ເຖິງ 3 ເທົ່າ. ນອກນັ້ນ, ການແຂ່ງຂັນເຕະບານ U17 ປີຊີງແຊັມໂລກທັງເພດຊາຍແລະເພດຍິງຂອງສະຫະພັນບານເຕະສາກົນ ຈະປ່ຽນເປັນຈັດຂຶ້ນປີລະເທື່ອ, ສ່ວນການແຂ່ງຂັນເຕະບານຊີງແຊັມໂລກຫຼື FIFA Club ຈະເພີ່ມຈຳນວນທີມເຂົ້າຮ່ວມການແຂ່ງຂັນໃຫ້ເປັນ 32 ທີມແລະຈັດຂຶ້ນ 4 ປີເທື່ອໜຶ່ງ ນັບແຕ່ປີ 2025 ເປັນຕົ້ນໄປ.


ກອງປະຊຸມຄັ້ງນີ້ຍັງປະກາດວ່າ, ກອງປະຊຸມສະຫະພັນບານເຕະສາກົນຄັ້ງທີ 74 ຈະຈັດຂຶ້ນໃນວັນທີ 17 ພຶດສະພາປີ 2024, ສ່ວນສະຖານທີ່ຈັດກອງປະຊຸມຍັງບໍ່ທັນຕົກລົງກັນເທື່ອ.