ຈີນຕອບຮັກບັນຫາການພົບປະລະຫວ່າງຜູ້ນຳສ.ເກົາຫຼີ ແລະຍີ່ປຸ່ນ

2023-03-18 16:23:13 cri

 

ວັນທີ 17 ມີນານີ້, ທ່ານວ່າງເວິນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຍີ່ປຸ່ນຄວນປະຕິບັດຢ່າງຖືກຕ້ອງ ແລະສຳຫຼວດຕົນເອງໃນປະຫວັດສາດຢ່າງເລິກເຊິ່ງ, ແກ້ໄຂບັນຫາປະຫວັດສາດຢ່າງເໝາະສົມດ້ວຍທ່າທີທີ່ຊື່ສັດ ແລະຮັບຜິດຊອບ, ພັດທະນາສາຍພົວພັນປົກກະຕິກັບປະເທດໃກ້ຄຽງຢູ່ອາຊີບົນພື້ນຖານດັ່ງກ່າວ.

 

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ຕໍ່ການພົບປະລະຫວ່າງຜູ້ນຳສ.ເກົາຫຼີ ແລະຍີ່ປຸ່ນໃນຄັ້ງນີ້, ຢູ່ພາຍໃນປະເທດສ.ເກົາຫຼີມີຄວາມເຫັນວ່າ: ລັດຖະບານສ.ເກົາຫຼີຜ່ອນຍານເກີນໄປໃນບັນຫາທີ່ຍີ່ປຸ່ນບັງຄັບເກນເອົາແຮງງານຈາກສ.ເກົາຫຼີ, ພ້ອມດ້ວຍການທູດແບບອັບອາຍຂາຍໜ້າຕໍ່ຍີ່ປຸ່ນ ແລະບໍ່ໄດ້ຮັບການຕອບສະໜອງທີ່ສົມຄູ່ກັນຈາກຍີ່ປຸ່ນ, ຍິ່ງໄປກວ່ານັ້ນ, ຍີ່ປຸ່ນຍັງບໍ່ຍອມກ່າວຢ້ຳການສຳຫຼວດຕົນເອງ ແລະຂໍໂທດຕໍ່ກັບເລື່ອງນີ້. ທ່ານວ່າງເວິນປິ່ນກ່າວວ່າ: ຈີນໄດ້ສັງເກດເຫັນການວິເຄາະທີ່ແຕກຕ່າງກັນພາຍໃນປະເທດສ.ເກົາຫຼີຕໍ່ການພົບປະລະຫວ່າງຜູ້ນຳສ.ເກົາຫຼີ ແລະຍີ່ປຸ່ນຄັ້ງນີ້.

 

ທ່ານວ່າງເວິນປິ່ນກ່າວເນັ້ນໜັກວ່າ: ກ່ຽວກັບບັນຫາບັງຄັບເກນເອົາແຮງງານ, ຈີນມີຫຼັກໝັ້ນຢ່າງສະເໝີຕົ້ນສະເໝີປາຍ ແລະຈະແຈ້ງ ຄື: “ການບັງຄັບເກນເອົາ ແລະກົດຂີ່ເປັນຂ້ອຍຂ້າຕໍ່ແຮງງານແມ່ນອາຊະຍາກຳດ້ານມະນຸດສະທຳທີ່ໜັກໜ່ວງຂອງລັດທິທະຫານຍີ່ປຸ່ນຕໍ່ປະຊາຊົນບັນດາປະເທດໃນອາຊີລວມທັງຈີນ, ສ.ເກົາຫຼີ ແລະອື່ນໆໃນໄລຍະຮຸກຮານ ແລະປົກຄອງຕ່າງປະເທດແບບລ່າເມືອງຂຶ້ນ. ສະພາບຄວາມເປັນຈິງໃນປະຫວັດສາດຕອນນີ້ມີຫຼັກຖານຢັ້ງຢືນທີ່ສາມາດພິສູດໄດ້ ເຊິ່ງປະຕິເສດ ແລະດັດແປງບໍ່ໄດ້. ຍີ່ປຸ່ນຄວນປະຕິບັດຢ່າງຖືກຕ້ອງ ແລະສຳຫຼວດຕົນເອງໃນປະຫວັດສາດຢ່າງເລິກເຊິ່ງ, ແກ້ໄຂບັນຫາປະຫວັດສາດຢ່າງເໝາະສົມດ້ວຍທ່າທີທີ່ຊື່ສັດ ແລະຮັບຜິດຊອບ, ແລະພັດທະນາສາຍພົວພັນປົກກະຕິກັບປະເທດໃກ້ຄຽງຢູ່ອາຊີບົນພື້ນຖານດັ່ງກ່າວ.