ເຂດອາຊີປາຊິຟິກບໍ່ແມ່ນສະໜາມແຂ່ງຂັນໃນພາກພື້ນ

2023-03-18 16:37:37 cri


ໂດຍແນໃສ່ແຜນການເຄື່ອນໄຫວທີ່ກ່ຽວຂ້ອງທີ່ທ່ານຟຸມິໂອະ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນຈະຢ້ຽມຢາມອິນເດຍນັ້ນ,ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວເນັ້ນໜັກໃນກອງປະຊຸມຖະແຫຼງຂ່າວໃນວັນທີ17ມີນານີ້ວ່າ: ເຂດອາຊີປາຊິຟິກບໍ່ແມ່ນສະໜາມແຂ່ງຂັນໃນພາກພື້ນ.


ທ່ານວ່າງເວີນປີ່ນກ່າວຕື່ມວ່າ: ປະເທດທີ່ກ່ຽວຂ້ອງດຳເນີນການຮ່ວມມືນັ້ນ,ຄວນມີຜົນດີຕໍ່ການເພີ່ມຄວາມເຂົ້າໃຈແລະຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງປະເທດໃນພາກພື້ນ,ມີຜົນດີຕໍ່ການປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນ,ແລະບໍ່ຄວນແນໃສ່ຝ່າຍທີສາມຫຼືທຳລາຍຜົນປະໂຫຍດຂອງຝ່າຍທີສາມ. ບາງປະເທດໄດ້ສົ່ງສຽງແຫ່ງເສລີພາບແລະການເປີດປະຕູຂອງ“ເຂດອິນໂດ-ປາຊິຟິກຢ່າງໂດ່ງດັງ”,ທີ່ຈິງແລ້ວແມ່ນຢາກສ້າງວົງນ້ອຍເພື່ອສ້າງການເປັນປໍລະປັກກັນລະຫວ່າງຄ້າຍ.ຈີນບໍ່ສົນໃຈແຜນການເຄື່ອນໄຫວແບບນີ້,ພວກຂ້າພະເຈົ້າເປັນຫ່ວງນຳແຜນການຂອງບາງປະເທດທີ່ຢາກລະບາຍນ້ຳປົນເປື້ອນນິວເຄຼຍລົງສູ່ມະຫາສະໝຸດປາຊິຟິກຢ່າງເສລີ.