ໂຮງງານໄຟຟ້ານິວເຄລຍແຫ່ງໜຶ່ງຂອງອາເມຣິກາເກີດນ້ຳປົນເປື້ອນລັງສີທີ່ມີສານຕຣີຕຽມຮົ່ວໄຫຼຈຳນວນ 1,51 ລ້ານລິດ

2023-03-20 15:08:10 cri

 

    ພະແນກຄວບຄຸມມົນລະພິດລັດມິນເນໂຊຕາຂອງອາເມຣິກາໄດ້ລາຍງານໃນຫວ່າງມໍ່ໆມານີ້ວ່າ: ໂຮງງານໄຟຟ້ານິວເຄລຍຂອງລັດດັ່ງກ່າວໄດ້ເກີດນ້ຳປົນເປື້ອນລັງສີທີ່ມີສານຕຣີຕຽມຮົ່ວໄຫຼຈຳນວນ 1,51 ລ້ານລິດ.

    ໂຮງງານໄຟຟ້ານິວເຄລຍແຫ່ງນີ້ຂຶ້ນກັບບໍລິສັດພະລັງງານ Xcel ອາເມຣິກາ. ທ້າຍເດືອນພະຈິກປີກາຍນີ້, ບໍລິສັດດັ່ງກ່າວໄດ້ກວດພົບສະພາບຜິດປົກກະຕິຈາກ ການຕິດຕາມກວດການ້ຳຢູ່ໃຕ້ດິນເປັນປະຈຳ, ຫຼັງຈາກນັ້ນ, ໄດ້ລາຍງານໃຫ້ແກ່ອົງການປົກຄອງລັດມິນເນໂຊຕາ ແລະຄະນະກຳມະການຄຸ້ມຄອງນິວເຄລຍອາເມຣິກາ.

    ເຫດການນີ້ໄດ້ເປີດເຜີຍໃຫ້ມວນຊົນຮັບຮູ້ຫຼັງຈາກເກີດເຫດໄດ້ 4 ເດືອນ, ເຮັດໃຫ້ປະຊາຊົນອາເມຣິກາເກີດຄວາມກັງວົນຕໍ່ຄວາມປອດໄພສາທາລະນະ ແລະມີຄວາມສົງໄສຕໍ່ຄວາມໂປ່ງໃສດ້ານຂໍ້ມູນຂ່າວສານ.