ໄຂກອງປະຊຸມສົນທະນາສາກົນແບກແດດຄັ້ງທີ 5 ເພື່ອເປິກສາຫາລືທິດທາງການພັດທະນາຂອງອີຣັກໃນອະນາຄົດ

2023-03-20 15:09:23 cri

 

    ວັນທີ 19 ມີນານີ້, ກອງປະຊຸມສົນທະນາສາກົນແບກແດດຄັ້ງທີ 5 ໄດ້ໄຂຂຶ້ນຢູ່ນະຄອນຫຼວງແບກແດດປະເທດອີຣັກ, ຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ “ສົງຄາມອີຣັກຄົບຮອບ 20 ປີ, ອີຣັກຈະເດີນໄປຂ້າງໜ້າຄືແນວໃດ”.

    ເນື່ອງໃນໂອກາດສົງຄົມອີຣັກເກີດຂຶ້ນຄົບຮອບ 20 ປີ, ການສ້າງສາຄືນໃໝ່ ແລະການພັດທະນາຂອງອີຣັກຍັງຜະເຊີນກັບສິ່ງທ້າທາຍຢ່າງຫຼວງຫຼາຍ, ວົງການຕ່າງໆຂອງອີຣັກມີຄວາມຮີບຮ້ອນໃນການຊອກຫາວິທີແກ້ໄຂ.

    ວັນທີ 20 ມີນານີ້ກົງກັບມື້ກອງທັບອາເມຣິກາຮຸກຮານອີຣັກຄົບຮອບ 20 ປີ.  ໃນເວລາກ່າວຄຳປາໄສ, ທ່ານໂມຮຳເມດ ເຊຍ ອັນ ຊູດານີ ນາຍົກລັດຖະມົນຕີອີຣັກກ່າວວ່າ: ໃນເວລາ 20 ປີຜ່ານມານີ້, ອີຣັກໄດ້ປະສົບກັບຄວາມທໍລະມານນາໆປະການຍ້ອນສົງຄາມ ແລະລັດທິກໍ່ການຮ້າຍ, ອີຣັກຕ້ອງຢືນຢັນຕໍ່ກັບທົ່ວໂລກວ່າ: ຕົນເອງມີຄວາມຕັດສິນໃຈ ແລະຄວາມສາມາດກັບຄືນສູ່ຖານະທີ່ຄວນມີ.