ຈີນຕຳໜິອາເມຣິກາໃຊ້ສອງມາດຕະຖານສຳລັບບັນຫາຢູ່ແຫຼມເກົາຫຼີ

2023-03-21 11:37:16 cri

 

    ວັນທີ 20 ມີນານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມກ່ຽວກັບສະຖານະການຢູ່ແຫຼມເກົາຫຼີ. ຜູ້ຕາງໜ້າຖາວອນຈີນໄດ້ຕຳໜິອາເມຣິກາທີ່ເວົ້າຢ່າງໜຶ່ງແຕ່ຊ້ຳພັດເຮັດອີກຢ່າງໜຶ່ງ ແລະໃຊ້ສອງມາດຕະຖານສຳລັບບັນຫາຢູ່ແຫຼມເກົາຫຼີ.

    ທ່ານເກີງສວງ ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ຕຳໜິຕິຕຽນວ່າ: ສຳລັບບັນຫາການປ້ອງກັນບໍ່ໃຫ້ນິວເຄລຍແຜ່ຜາຍ, ຢ່າງໜຶ່ງອາເມຣິກາຢາກສະກັດກັ້ນ ສປປ ເກົາຫຼີ, ແຕ່ອີກຢ່າງໜຶ່ງຊ້ຳພັດຈຳໜ່າຍວັດຖຸນິວເຄລຍລະດັບເປັນອາວຸດໃຫ້ແກ່ອົສຕຣາລີ, ເຊິ່ງເປັນການໃຊ້ສອງມາດຕະຖານຢ່າງຊັດເຈນ. ທ່ານເກີງສວງຮຽກຮ້ອງໃຫ້ປະເທດສ່ວນໜ້ອຍຈົ່ງຮັບຟັງຄວາມຮຽກຮ້ອງຂອງປະຊາຄົມໂລກ ແລະປະເທດໃນພາກພື້ນ, ປະຖິ້ມແນວຄວາມຄິດສົງຄາມເຢັນ ແລະການເມືອງແບບເປັນກຸ່ມ, ຍຸດຕິການໃຊ້ເລ່ລ່ຽມທາງການເມືອງ, ຈັດຕັ້ງປະຕິບັດພັນທະບໍ່ແຜ່ຜາຍນິວເຄລຍຂອງຕົນຢ່າງແທ້ຈິງ, ຍົກເລີກຂໍ້ຕົກລົງທີ່ດຳເນີນການຮ່ວມມືດ້ານກຳປັ່ນດຳນ້ຳນິວເຄລຍ, ສ້າງທິດທາງທີ່ຖືກຕ້ອງດ້ວຍການກະທຳຕົວຈິງເຂົ້າໃນການແກ້ໄຂບັນຫາຢູ່ແຫຼມເກົາຫຼີຜ່ານທາງການເມືອງ.