ຈີນ:ອາເມຣິກາມີຄຸນວຸດທິໃດທີ່ຕັດສິດສ້າງສາຍພົວພັນທາງການທູດກັບຈີນຂອງປະເທດອື່ນ?

2023-03-21 14:56:56 cri


ວັນທີ20ມີນານີ້,ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມເຖິງວ່າ: ມີບຸກຄົນກ່າວວ່າ: ຫຼັງຈາກປະທານາທິບໍດີຮົງດູຣັດສະແດງຄວາມຫວັງຢາກສ້າງສາຍພົວພັນທາງການທູດກັບຈີນແລ້ວ,ອາເມຣິກາເລີ່ມໃຊ້ແຮງກົດດັນ ທາງການທູດຕໍ່ຮົງດູຣັດ ໂດຍມີເຈຕະນາຊັກຊວນໃຫ້ຮົງດູຣັດຮຽກເອົາການຕົກລົງດັ່ງກ່າວຄືນ.


ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປີ່ນກ່າວວ່າ:ຄວາມເປັນຈິງທີ່ມີ181ປະເທດຢູ່ໃນໂລກໄດ້ສ້າງສາຍພົວພັນທາງການທູດກັບຈີນບົນພື້ນຖານຫຼັກການປະເທດຈີນດຽວໄດ້ຢັ້ງຢືນໃຫ້ເຫັນຢ່າງເຕັມສ່ວນແລ້ວວ່າ:ການສ້າງສາຍພົວພັນທາງການທູດກັບຈີນເປັນການຄັດເລືອກທີ່ຖືກຕ້ອງ ເຊິ່ງສອດຄ່ອງກັບທ່ວງທ່າພັດທະນາຂອງປະຫວັດສາດແລະກະແສຄວາມກ້າວໜ້າຂອງຍຸກສະໄໝ.


ທ່ານວ່າງເວີນປີ່ນກ່າວເນັ້ນໜັກວ່າ:ບໍ່ວ່າປະເທດອະທິປະໄຕໃດລ້ວນແຕ່ມີສິດເປັນເຈົ້າຕົນເອງໃນການເລືອກຂະຫຍາຍສາຍພົວພັນທາງການທູດກັບປະເທດອື່ນ, ປະເທດອື່ນບໍ່ມີສິດແຊກແຊງ.ເມື່ອ40ກວ່າປີກ່ອນ ອາເມຣິກາໄດ້ສ້າງສາຍພົວພັນທາງການທູດກັບຈີນບົນພື້ນຖານທີ່ຮັບຮອງຫຼັກການປະເທດຈີນດຽວ,ອາເມຣິກາມີຄຸນວຸດທິໃດທີ່ຕັດສິດແລະສະກັດກັ້ນປະເທດອື່ນບໍ່ໃຫ້ສ້າງສາຍພົວພັນທາງການທູດກັບຈີນ?