ທ່ານສີຈິ້ນຜິງພົບປະເຈລະຈາກັບທ່ານປູຕີນ

2023-03-22 14:48:45 cri


ຕອນບ່າຍວັນທີ21ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານວະລາດີເມຍ ປູຕີນ ປະທານາທິບໍດີຣັດເຊຍຢູ່ວັງແກຣມແລັງທີ່ນະຄອນຫຼວງມົສກູ.


ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ພາຍໃຕ້ຄວາມພະຍາຍາມຮ່ວມຂອງສອງຝ່າຍ,ການພົວພັນລະຫວ່າງຈີນ-ຣັດເຊຍໄດ້ຮັກສາທ່ວງທ່າຂະຫຍາຍຕົວທີ່ຄຶກຄື້ນ,ປອດໄສແລະໝັ້ນທ່ຽງຢ່າງສະເໝີຕົ້ນສະເໝີປາຍ.ສອງປະເທດມີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ,ມີຜົນປະໂຫຍດຮ່ວມກັນແລະປະຊາຊົນສອງຊາດເຊື່ອມສານຈິດໃຈກັນໄດ້ລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ,ຂົງເຂດຮ່ວມມືກັນລະຫວ່າງສອງຝ່າຍໄດ້ເປີດກວ້າງຢ່າງບໍ່ຢຸດຢັ້ງ,ຄວາມຮັບຮູ້ທີ່ເປັນເອກະພາບກັນໄດ້ເພີ່ມທະວີຂຶ້ນຕື່ມອີກ,ນອກນັ້ນຍັງມີການຮ່ວມມືຫຼາຍດ້ານກຳລັງກ້າວໄປຂ້າງໜ້າຢ່າງຮອບດ້ານ.


ປີນີ້ແມ່ນປີເລີ່ມຕົ້ນທີ່ຈີນຈັດຕັ້ງປະຕິບັດຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກຄອມມູນິດຈີນຢ່າງຮອບດ້ານ,ພວກເຮົາຈະເລັ່ງລັດສ້າງໂຄງປະກອບການພັດທະນາໃໝ່,ສຸມໃສ່ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ,ຊຸກຍູ້ຄວາມທັນສະໄໝແບບຈີນຢ່າງຮອບດ້ານ,ສ່ວນຣັດເຊຍກຳລັງຊຸກຍູ້ເປົ້າໝາຍການພັດທະນາແຫ່ງຊາດກ່ອນປີ2030.ສອງຝ່າຍຕ້ອງເພີ່ມທະວີການແລກປ່ຽນກັນ,ໃຫ້ການປະສານງານກັນແໜ້ນແຟ້ນກວ່າເກົ່າ,ຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງສອງປະເທດໄດ້ຮັບການຂະຫຍາຍຕົວໃໝ່ຫຼາຍກວ່າເກົ່າ.