ປະມຸກລັດຈີນ-ຣັດເຊຍລົງນາມໃນຖະແຫຼງການຮ່ວມໂດຍກ່າວເນັ້ນວ່າຈະແກ້ໄຂວິກິດການອູແກຣນໂດຍສັນຕິ

2023-03-22 11:04:59 CRI


     ຕອນບ່າຍວັນທີ 21 ມີນານີ້, ຢູ່ວັງແກຣມແລັງທີ່ນະຄອນຫຼວງມົສກູ, ທ່ານສີຈີ້ນຜິງ ປະທານປະເທດຈີນ ກັບ ທ່ານວະລະດີເມຍ ປູຕິນ ປະທານາທິບໍດີຣັດເຊຍຮ່ວມກັນລົງນາມ ແລະ ປະກາດ “ຖະແຫຼງການຮ່ວມຂອງສາທາລະນະລັດປະຊາຊົນຈີນ ກັບ ສະຫະພັນຣັດເຊຍກ່ຽວກັບການລົງເລິກການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານໃນຍຸກໃໝ່”.


    ກ່ຽວກັບບັນຫາອູແກຣນ, ສອງຝ່າຍໄດ້ຄັດຄ້ານປະເທດ ຫຼື ກຸ່ມປະເທດໃດໆທຳລາຍຜົນປະໂຫຍດຄວາມໝັ້ນຄົງທີ່ສົມເຫດສົມຜົນຂອງປະເທດອື່ນໆເພື່ອສະແຫວງຫາທ່າແຮງທາງການທະຫານ,ທາງການເມືອງ ແລະ ອື່ນໆ. ຣັດເຊຍເນັ້ນຢ້ຳຈະສຸມໃສ່ຈັດການເຈລະຈາສັນຕິພາບຄືນໃໝ່ໂດຍໄວ, ຈີນສະແດງຄວາມຊົມເຊີຍຕໍ່ກັບເລື່ອງນີ້. ສອງຝ່າຍຊີ້ອອກວ່າ, ການແກ້ໄຂວິກິດການອູແກຣນຕ້ອງເຄົາລົບຄວາມສົນໃຈດ້ານຄວາມໝັ້ນຄົງທີ່ສົມເຫດສົມຜົນຂອງປະເທດຕ່າງໆ ແລະ ປ້ອງກັນບໍ່ໃຫ້ກໍ່ຕົວເປັນກໍລະນີປະທະກັນລະຫວ່າງກຸ່ມຕ່າງໆ ແບບຕື່ມໝື້ຕື່ມເຈຍ. ສອງຝ່າຍກ່າວເນັ້ນວ່າ, ການສົນທະນາທີ່ມີຄວາມຮັບຜິດຊອບແມ່ນຊ່ອງທາງດີທີ່ສຸດເພື່ອແກ້ໄຂບັນຫາຢ່າງໝັ້ນທ່ຽງ. ສະນັ້ນ, ປະຊາຄົມໂລກຄວນສະໜັບສະໜູນຄວາມພະຍາຍາມທີ່ມີລັກສະນະສ້າງສັນທີ່ກ່ຽວຂ້ອງ.