ກອງປະຊຸມໂຕະມົນສື່ມວນຊົນຈີນ-ຣັດເຊຍ“ຄວາມທັນສະໄໝແບບຈີນແລະໂອກາດໃໝ່ຂອງໂລກ”ຈັດຂຶ້ນຢູ່ມົສກູຢ່າງສຳເລັດຜົນ

2023-03-23 17:28:09 cri


ວັນທີ22ມີນານີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະກຸ່ມສື່ມວນຊົນສາກົນ“ຣັດເຊຍສູ່ມື້ນີ້” ໄດ້ຮ່ວມກັນຈັດກອງປະຊຸມໂຕະມົນສື່ມວນຊົນຈີນ-ຣັດເຊຍ“ຄວາມທັນສະໄໝແບບ ຈີນແລະໂອກາດໃໝ່ຂອງໂລກ”ຢູ່ນະຄອນຫຼວງມົສກູ.



ທ່ານເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະອົງການສື່ມວນຊົນຕົ້ນຕໍຂອງຣັດເຊຍພ້ອມທັງຜູ້ຮັບຜິດຊອບໂຮງຮຽນຊັ້ນສູງຂອງຣັດເຊຍໄດ້ພ້ອມກັນເປິກສາຫາລືຢ່າງຟົດຟື້ນໂດຍປີ່ນອ້ອມຫົວຂໍ້“ເສັ້ນທາງທັນສະໄໝທີ່ສອດຄ່ອງກັບສະພາບແຫ່ງຊາດຂອງຕົນ”.ຜູ້ເຂົ້າຮ່ວມກອງປະຊຸມດັ່ງກ່າວໄດ້ເປັນເອກະພາບກັນເຫັນວ່າ:ຈີນໄດ້ເດີນຕາມເສັ້ນທາງທັນສະໄໝທີ່ສອດຄ່ອງກັບສະພາບແຫ່ງຊາດຂອງຕົນ,ໄດ້ສະໜອງແບບຢ່າງທີ່ສຳເລັດຜົນໃຫ້ແກ່ການຊອກຄົ້ນຂອງປະເທດອື່ນ,ໄດ້ເປີດຊ່ອງທາງໃໝ່ແຫ່ງອະລິຍະທຳຂອງມວນມະນຸດ.


ທ່ານເຊີ້ນໄຫຊົງກ່າວວ່າ: ໂດຍຜະເຊີນໜ້າກັບການປ່ຽນແປງຂອງສັງຄົມມະນຸດທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ,ທ່ານສີຈິ້ນຜິງປະທານປະເທດຈີນໄດ້ສະເໜີຫົວຂໍ້ຍຸກສະໄໝທີ່ສຳຄັນຄື “ຄວາມທັນສະໄໝແບບຈີນ”,ສະແດງໃຫ້ເຫັນເຖິງສະຕິປັນຍາແລະໜ້າທີ່ຄວາມຮັບຜິດຊອບຂອງນັກການເມືອງຜູ້ຍິ່ງໃຫຍ່ທີ່ມີພາລະໜ້າທີ່ອັນສູງສົ່ງ.