ການຢ້ຽມຢາມຣັດເຊຍຂອງທ່ານສີຈິ້ນຜິງແມ່ນການຢ້ຽມຢາມມິດຕະພາບ ການຮ່ວມມື ແລະ ສັນຕິພາບທີ່ທົ່ວໂລກໃຫ້ຄວາມສົນໃຈເທື່ອໜຶ່ງ

2023-03-23 10:29:47 CRI

     ໂດຍຕອບສະໜອງຕາມຄຳເຊີນຂອງທ່ານວະລະດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຢ້ຽມຢາມຣັດເຊຍທາງລັດຖະກິດລະຫວ່າງວັນທີ 20 ຫາ 22 ມີນານີ້. ພາຍຫຼັງທ່ານສີຈິ້ນຜິງສຳເລັດການຢ້ຽມຢາມ, ທ່ານຊີນກ່າງ ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ, ການຢ້ຽມຢາມເທື່ອນີ້ແມ່ນການຢ້ຽມຢາມມິດຕະພາບ ການຮ່ວມມື ແລະ ສັນຕິພາບທີ່ທົ່ວໂລກໃຫ້ຄວາມສົນໃຈ.

 

    ທ່ານຊີນກ່າງກ່າວຕື່ມວ່າ, ການພົວພັນຈີນ-ຣັດເຊຍຍຶດໝັ້ນບໍ່ຮ່ວມກຸ່ມ, ບໍ່ເປັນປໍລະປັກກັນ ແລະ ບໍ່ແນໃສ່ຝ່າຍທີສາມ, ຍຶດໝັ້ນເຄົາລົບເຊິ່ງກັນແລະກັນ ແລະ ໄວ້ເນື້ອເຊື່ອໃຈກັນ, ບໍ່ພຽງແຕ່ຊຸກຍູ້ໃຫ້ສອງຝ່າຍໄດ້ຮັບການພັດທະນາ ແລະ ຈະເລີນຂຶ້ນເທົ່ານັ້ນ, ຍັງພະຍາຍາມຮັກສາຄວາມຍຸຕິທຳ ແລະ ຄວາມຊອບທຳໃນສາກົນ, ເປັນແບບຢ່າງໃຫ້ແກ່ການພົວພັນລະຫວ່າງປະເທດໃຫຍ່ແບບໃໝ່.



    ທ່ານຊີນກ່າງຍັງກ່າວຕື່ມວ່າ, ນັບແຕ່ເກີດວິກິດການອູແກຣນເປັນຕົ້ນມາ, ຈີນໄດ້ຖືຫຼັກໝັ້ນທີ່ພາວະວິໄສ ແລະ ທ່ຽງທຳມາໂດຍຕະຫຼອດ, ຕັ້ງໜ້າສ່ົງເສີມໃຫ້ເກີດສັນຕິພາບ ຊຸກຍູ້ການເຈລະຈາ. ໃນໄລຍະຢ້ຽມຢາມເທື່ອນີ້, ປະມຸກລັດຈີນ ແລະ ຣັດເຊຍໄດ້ແລກປ່ຽນຄວາມຄິດເຫັນນຳກັນຕໍ່ວິກິດການອູແກຣນຢ່າງເປີດອົກເປີດໃຈ ແລະ ເລິກເຊິ່ງ.


     ທ່ານຊີນກ່າງກ່າວຕື່ມອີກວ່າ, ຈີນບໍ່ມີຜົນປະໂຫຍດສ່ວນຕົວທາງການເມືອງ, ບໍ່ຫຼິ້ນເກມການເມືອງພາກພື້ນ, ສຸມໃສ່ສົ່ງເສີມໃຫ້ເກີດສັນຕິພາບ ແລະ ຊຸກຍູ້ການເຈລະຈາຢ່າງຈິງໃຈ, ຊຸກຍູ້ການຢຸດຍິງ ແລະ ສິ້ນສຸດສົງຄາມ, ສິ່ງນີ້ແມ່ນສອດຄ່ອງກັບຜົນປະໂຫຍດ ແລະ ຄວາມຄອງຄອຍຂອງປະຊາຊົນປະເທດສ່ວນຫຼາຍຢູ່ໃນໂລກ ເຊິ່ງລວມທັງຣັດເຊຍ ແລະ ອູແກຣນ.