ປະເທດແຊັກບີຈັດກິດຈະກຳໄວ້ອາໄລເຖິງຜູ້ເສຍຊີວິດເນື່ອງໃນໂອກາດກຸ່ມນາໂຕຖິ້ມລະເບີດໃສ່ສາທາລະນະລັດສະຫະພັນຢູໂກສະລາວີຄົບຮອບ24ປີ

2023-03-26 13:16:39 cri



ວັນທີ 24 ມີນານີ້,ຫຼາຍທ້ອງຖິ່ນຢູ່ປະເທດແຊັກບີໄດ້ຈັດກິດຈະກຳເພື່ອໄວ້ອາໄລເຖິງຜູ້ຖືກເຄາະຮ້າຍຈາກເຫດການທີ່ສາທາລະນະ ລັດສະຫະພັນຢູໂກສະລາວີຖືກກຸ່ມນາໂຕຖິ້ມລະເບີດໃສ່ເມື່ອ24ປີກ່ອນ.ຕອນຄ່ຳມື້ດຽວກັນ, ກິດຈະກຳລະນຶກລັກສະນະທົ່ວປະເທດ ທີ່ຈັດຕັ້ງໂດຍລັດຖະບານແຊັກບີໄດ້ຈັດຂຶ້ນຢູ່ເມືອງຊອມໂບ ທາງພາກເໜືອຂອງປະເທດແຊັກບີ, ທ່ານອາເລັກແຊນດາ ວູຊີສ ປະທານາທິບໍດີພ້ອມດ້ວຍນາຍົກລັດຖະມົນຕີ, ປະທານລັດຖະສະພາແລະເຈົ້າໜ້າທີ່ອາວຸໂສຂອງລັດຖະບານແຊັກບີໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້. ຊາວເມືອງຊອມໂບພ້ອມດ້ວຍປະຊາຊົນຈາກບໍລິເວນໃກ້ຄຽງເມືອງດັ່ງກ່າວຈຳນວນຫຼາຍພັນຄົນໄດ້ເຕົ້າໂຮມກັນຢູ່ສະໜາມຫຼວງໃຈກາງເມືອງເພື່ອຮ່ວມກັນໄວ້ອາໄລເຖິງພີ່ນ້ອງຮ່ວມຊາດທີ່ເສຍຊີວິດຈາກການຖິ້ມລະເບີດຂອງກຸ່ມນາໂຕ.



ຕອນຄ່ຳວັນທີ24 ມີນາ1999, ສະໜາມບິນທະຫານຊອມໂບຖືກລູກສອນໄຟນຳວິຖີຍິງໃສ່ ເຊິ່ງເປັນໜຶ່ງໃນກຸ່ມເປົ້າໝາຍທຳອິດທີ່ນາໂຕກຳນົດໄວ້. ຫຼັງຈາກນັ້ນມາເປັນເວລາ78ວັນ, ເມືອງຊອມໂບພ້ອມດ້ວຍເຂດບໍລິເວນໃກ້ຄຽງຖືກຖິ້ມລະເບີດໃສ່29ຄັ້ງ, ສຽງເຕືອນໄພທາງອາກາດໄດ້ດັງຂຶ້ນ 75 ຄັ້ງ ແລະດຳເນີນໄປເປັນເວລາ758ຊົ່ວໂມງ31ນາທີ. ຕົວເລກເຫຼົ່ານີ້ກາຍເປັນຄວາມຊົງຈຳທີ່ບໍ່ມີວັນລືມຂອງປະຊາຊົນຊອມໂບໃນໄລຍະ24ປີຜ່ານມາ