ຈີນສ້າງສາຍພົວພັນທາງການທູດກັບຮົງດູຣັສ

2023-03-26 12:44:47 cri

ວັນທີ 26 ມີນາ 2023 ນີ້, ຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ, ທ່ານສິນກ່າງ ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະເຈລະຈາກັບທ່ານເອດູອາໂດ ເຣນາ ລັດຖະມົນຕີກະຊວງການຕ່າງປະເທດຮົງດູຣັສ ພ້ອມທັງໄດ້ລົງນາມໃນຖະແຫຼງການຮ່ວມວ່າດ້ວຍການສ້າງສາຍພົວພັນທາງການທູດລະຫວ່າງ ສປ ຈີນ ກັບ ສ. ຮົງດູຣັສ.

ຕອນບ່າຍວັນທີ 25 ມີນານີ້ຕາມເວລາທ້ອງຖິ່ນ, ກະຊວງການຕ່າງປະເທດ ຮົງດູຣັສ ໄດ້ອອກຖະແຫຼງການ ໂດຍປະກາດຕັດອັນທີ່ເອີ້ນວ່າ “ສາຍພົວພັນທາງການທູດ” ກັບໄຕ້ຫວັນ.

ຖະແຫຼງການລະບຸວ່າ: ລັດຖະບານຮົງດູຣັສຍອມຮັບຢູ່ໃນໂລກມີແຕ່ປະເທດຈີນດຽວເທົ່ານັ້ນ, ລັດຖະບານ ສປ ຈີນ ເປັນລັດຖະບານທີ່ຖືກຕ້ອງຕາມກົດໝາຍທີ່ເປັນຕົວແທນຂອງຈີນພຽງໜຶ່ງດຽວ, ໄຕ້ຫວັນເປັນສ່ວນໜຶ່ງຂອງຜືນແຜ່ນດິນຈີນທີ່ບໍ່ສາມາດຕັດແຍກອອກໄດ້. ນັບແຕ່ມື້ນີ້ເປັນຕົ້ນໄປ, ຮົງດູຣັສຕັດອັນທີ່ເອີ້ນວ່າ “ສາຍພົວພັນທາງການທູດ” ກັບໄຕ້ຫວັນ ພ້ອມທັງຍຸດຕິການຕິດຕໍ່ພົວພັນທຸກປະການ ແລະການພົວພັນທາງການກັບໄຕ້ຫວັນ.