ຍຶດໝັ້ນລັດທິຫຼາຍຝ່າຍ, ຮ່ວມກັນຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງທົ່ວໂລກ

2023-03-27 10:59:57 CRI

ໃນກອງປະຊຸມປະຈຳປີ 2023 ຂອງເວທີເປິກສາຫາລືຂັ້ນສູງວ່າດ້ວຍການພັດທະນາຈີນ, ທ່ານຈິນລີຊຸນ ຜູ້ອຳນວຍການໃຫຍ່ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ຫຼື AIIB ທີ່ຈີນເປັນຝ່າຍລິເລີ່ມສ້າງຕັ້ງຂຶ້ນນັ້ນ ກ່າວວ່າ: ການເຕີບໂຕດ້ານເສດຖະກິດຂອງຈີນໄດ້ເຊີດຊູກຳລັງໃຈ, AIIB ຈະສະໜັບສະໜູນການພັດທະນາຂອງປະເທດຕ່າງໆໃນຫຼາຍຂົງເຂດ.


ທ່ານຈິນລີຊຸນກ່າວຕື່ມວ່າ: ຖະແຫຼງການຫຼາຍສະບັບ ແລະ ການກ່າວຫຼັກໝັ້ນຫຼາຍຄັ້ງໃນຫຼາຍກໍລະນີຂອງລັດຖະບານຈີນແມ່ນຈະແຈ້ງທີ່ສຸດແລ້ວວ່າ: ຈີນສະໜັບສະໜູນການພັດທະນາໂດຍສັນຕິ, ຫວັງວ່າຜ່ານການຊຸກຍູ້ສັນຕິພາບ ເພື່ອນຳເອົາຄວາມຜາສຸກມາໃຫ້ປະຊາຊົນປະເທດຕ່າງໆຢູ່ໃນໂລກ. ຈີນຈະຍຶດໝັ້ນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ. ຂ້າພະເຈົ້າເຊື່ອໝັ້ນວ່າ, ທັງໝົດເຫຼົ່ານີ້ຈະເສີມຂະຫຍາຍບົດບາດທີ່ຕັ້ງໜ້າຕໍ່ການປົກປັກຮັກສາຄວາມໝັ້ນທ່ຽງດ້ານລະບຽບເສດຖະກິດ ແລະ ການທະນາຄານຂອງໂລກ.


ທ່ານຈິນລີຊຸນກ່າວຕື່ມອີກວ່າ, ປັດຈຸບັນນີ້, ຄຽງຄູ່ກັບເສດຖະກິດຂອງປະເທດຕ່າງໆຟື້ນຟູສູ່ຄວາມເປັນປົກກະຕິແລ້ວ, AIIB ຈະຟື້ນຟູໂຄງການພື້ນຖານໂຄງລ່າງທີ່ເປັນປົກກະຕິເທື່ອລະກ້າວ.