ລາຍຮັບຈາກທຸລະກິດຊອບແວຂອງຈີນໃນ 2 ເດືອນທຳອິດປີນີ້ໄດ້ເພີ່ມຂຶ້ນ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

2023-03-28 10:56:48 CRI

ວັນທີ 27 ມີນານີ້, ກະຊວງອຸດສາຫະກຳແລະເຕັກໂນໂລຊີຂໍ້ມູນຂ່າວສານຈີນແຈ້ງຂ່າວວ່າ: ນັບແຕ່ເດືອນມັງກອນຫາເດືອນກຸມພາປີນີ້, ຂະແໜງການບໍລິການດ້ານຊອບແວ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງຈີນໄດ້ພັດທະນາໄປສູ່ທິດທາງທີ່ດີຢ່າງໜັກແໜ້ນ, ລາຍຮັບຈາກທຸລະກິດຊອບແວໄດ້ບັນລຸເຖິງ 1446,1 ຕື້ຢວນ, ເພີ່ມຂຶ້ນ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກຳໄລຂະແໜງການຊອບແວໄດ້ບັນລຸເຖິງ 176,9 ຕື້ຢວນ, ເພີ່ມຂຶ້ນ 12,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.


ຂົງເຂດຍ່ອຍໃນຂະແໜງການບໍລິການຊອບແວແລະເຕັກໂນໂລຊີຂໍ້ມູນຂ່າວສານກໍໄດ້ພັດທະນາໄປສູ່ທິດທາງທີ່ດີ. ລາຍຮັບຈາກຜະລິດຕະພັນຊອບແວໄດ້ບັນລຸເຖິງ 337,9 ຕື້ຢວນ, ເພີ່ມຂຶ້ນ 9,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ລາຍຮັບຈາກການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານໄດ້ບັນລຸເຖິງ 943,4 ຕື້ຢວນ, ເພີ່ມຂຶ້ນ 11,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.