ຂະແໜງການຄົມມະນາຄົມຂອງເຢຍລະມັນຈັດການນັດຢຸດງານ

2023-03-28 10:38:23 cri

ນັບແຕ່ເວລາ 0 ໂມງຂອງວັນທີ 27 ມີນານີ້, ຂະແໜງການຄົມມະນາຄົມຂອງເຢຍລະມັນໄດ້ຈັດການນັດຢຸດງານທົ່ວປະເທດ. ລົດໄຟ, ລົດເມທາງໄກ ແລະສະໜາມບິນສ່ວນໃຫຍ່ແຕ່ບໍ່ລວມທັງສະໜາມບິນແບັກແລັງ ໄດ້ໂຈະການບໍລິການໃນມື້ດັ່ງກ່າວ. ການຄົມມະນາຄົມທາງໄລຍະສັ້ນຢູ່ 7 ລັດຂອງເຢຍລະມັນໄດ້ໂຈະການບໍລິການທັງໝົດ. ນີ້ແມ່ນການນັດຢຸດງານຄັ້ງໃຫຍ່ທີ່ສຸດຢູ່ເຢຍລະມັນໃນຮອບ 30 ປີມານີ້ ເຊິ່ງມີ 300.000 ກວ່າຄົນເຂົ້າຮ່ວມ.

ອັດຕາເງິນເຟີ້ຂອງເຢຍລະມັນໃນເດືອນກຸມພາປີນີ້ໄດ້ເພີ່ມຂຶ້ນເປັນ 9,3% ເຊິ່ງສູງກວ່າຕົວເລກທີ່ຄາດຄະເນໄວ້ຢ່າງຫຼວງຫຼາຍ ແລະສະພາບອັດຕາເງິນເຟີ້ສູງດັ່ງກ່າວໄດ້ປາກົດຂຶ້ນມາເປັນເວລາ 1 ປີແລ້ວ, ສິ່ງນີ້ໄດ້ເພີ່ມຄວາມກົດດັນດ້ານຊີວິດການເປັນຢູ່ໃຫ້ກັບປະຊາຊົນເຢຍລະມັນ, ສ່ວນການນັດຢຸດງານແມ່ນເກີດຂຶ້ນພາຍໃຕ້ເງື່ອນໄຂດັ່ງກ່າວ.