ນາຍົກລັດຖະມົນຕີຮົງກາຣີກ່າວວ່າ: ການສະໜອງການຊ່ວຍເຫຼືອດ້ານການທະຫານໃຫ້ກັບອູແກຣນມີແຕ່ຈະພາໃຫ້ມີຜູ້ເສຍຊີວິດແລະບາດເຈັບຫຼາຍກວ່າເກົ່າເທົ່ານັ້ນ

2023-05-24 12:08:24 cri


ວັນທີ 23 ພຶດສະພານີ້ ຕາມເວລາທ້ອງຖິ່ນ, ໃນກອງປະຊຸມເວທີເປິກສາຫາລືເສດຖະກິດກາຕາຄັ້ງທີ 3 ທີ່ຈັດຂຶ້ນຢູ່ນະຄອນຫຼວງໂດຮາປະເທດກາຕາ, ທ່ານວິກຕໍ ໂອບັນ ນາຍົກລັດຖະມົນຕີຮົງກາຣີກ່າວວ່າ: ການສະໜອງການ ຊ່ວຍເຫຼືອດ້ານການທະຫານໃຫ້ກັບອູແກຣນມີແຕ່ຈະພາໃຫ້ມີຜູ້ເສຍຊີວິດແລະບາດເຈັບຫຼາຍກວ່າເກົ່າເທົ່ານັ້ນ, ທ່ານຮຽກຮ້ອງໃຫ້ສອງຝ່າຍໃນວິກິດການອູແກຣນຈົ່ງຢຸດຍິງໃນທັນທີ.


ທ່ານໂອບັນກ່າວຕື່ມວ່າ: ໃນດ້ານທາດແທ້ແລ້ວ, ວິກິດການອູແກຣນແມ່ນ ການປະທະກັນລະຫວ່າງຣັດເຊຍແລະນາຍໜ້າອາເມຣິກາ, ມີແຕ່ຣັດເຊຍ ແລະ ອາເມຣິກາທັງສອງປະເທດກ້າວເຖິງຂັ້ນຕົກລົງກັນທີ່ກ່ຽວຂ້ອງເທົ່ານັ້ນ, ສົງຄາມຈຶ່ງຈະຍຸດຕິ.


ຮົງກາຣີແລະຣັດເຊຍມີສາຍພົວພັນທີ່ແໜ້ນແຟ້ນ,ຮົງກາຣີເຄີຍຄັດຄ້ານສະຫະພາບເອີຣົບປະຕິບັດການລົງໂທດຕໍ່ຣັດເຊຍຕັ້ງຫຼາຍເທື່ອ. ວັນທີ 22 ພຶດສະພານີ້, ທ່ານເປເຕີ ຊີຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດຮົງກາຣີໄດ້ກ່າວໃນກອງປະຊຸມລັດຖະມົນຕີການຕ່າງປະເທດສະຫະພາບເອີຣົບວ່າ: ການລົງໂທດມີຜົນເສຍຫາຍຕໍ່ເອີຣົບຫຼາຍກວ່າຕໍ່ຣັດເຊຍ, ສະຫະພາບເອີຣົບ ຄວນ “ຖອດຖອນບົດຮຽນຈາກຜົນຮ້າຍຢ້ອນຫຼັງຂອງການລົງໂທດ”.