ອີຣານແຕ່ງຕັ້ງເອກອັກຄະລັດຖະທູດປະຈຳອາຣັບບີ ຊາອຸດິດ

2023-05-24 11:58:04 cri


   ຂ່າວສານຟາສຂອງອີຣານລາຍງານໃຫ້ຮູ້ໃນວັນທີ 23 ພຶດສະພານີ້ວ່າ: ອີຣານໄດ້ແຕ່ງຕັ້ງທ່ານອາລີ ລີຊາ ເອນາຢາຕີ ເປັນເອກອັກຄະລັດຖະທູດປະຈຳ ອາຣັບບີ ຊາອຸດິດ.


   ລາຍງານຂ່າວໃຫ້ຮູ້ວ່າ: ກ່ອນໜ້ານີ້, ທ່ານອາລີ ລີຊາ ເອນາຢາຕີເຄີຍດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດອີຣານປະຈຳກູເວດ, ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດແລະອື່ນໆ.ອາຣັບບີ ຊາອຸດິດແລະອີຣານໄດ້ຕັດຂາດ ສາຍພົວພັນທາງການທູດເມື່ອປີ 2016. ພາຍໃຕ້ການສະໜັບສະໜູນຂອງຝ່າຍຈີນ, ຜູ້ຕາງໜ້າຂອງສອງປະເທດຄື: ອາຣັບບີ ຊາອຸດິດແລະອີຣານໄດ້ຈັດການສົນທະນາຢູ່ນະຄອນຫຼວງປັກກິ່ງ ສປ ຈີນລະຫວ່າງວັນທີ 6-10 ມີນາປີນີ້, ທັງ 3 ຝ່າຍຄື: ຈີນ, ອາຣັບບີ ຊາອຸດິດແລະອີຣານ ໄດ້ລົງນາມແລະປະກາດຖະແຫຼງການຮ່ວມ, ໂດຍປະກາດວ່າ ອາຣັບບີ ຊາອຸດິດແລະອີຣານທັງສອງຝ່າຍເຫັນດີຟື້ນຟູສາຍພົວພັນທາງການທູດຄືນໃໝ່. ວັນທີ 6 ເມສາຜ່ານມາ, ອາຣັບບີ ຊາອຸດິດແລະອີຣານທັງສອງຝ່າຍໄດ້ລົງນາມໃນຖະແຫຼງການຮ່ວມ, ສອງປະເທດປະກາດຟື້ນຟູສາຍພົວພັນທາງການທູດນັບແຕ່ວັນນັ້ນເປັນຕົ້ນມາ.