ກະຊວງການຕ່າງປະເທດຈີນ: ຫວັງວ່າ ຝ່າຍອາເມຣິກາຈະນຳໃຊ້ນະໂຍບາຍການເງິນແລະເງິນຕາທີ່ມີຄວາມຮັບຜິດຊອບ

2023-05-24 12:19:08 cri


ໃນເວລາຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 23 ພຶດສະພານີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຫວັງວ່າ ຝ່າຍອາເມຣິກາຈະນຳໃຊ້ນະໂຍບາຍການເງິນແລະເງິນຕາທີ່ມີຄວາມຮັບຜິດຊອບ, ຢ່າຫັນຍ້າຍຄວາມສ່ຽງຂອງອາເມຣິກາໄປສູ່ໂລກ, ຢ່າປົກປັກຮັກສາຜົນປະໂຫຍດສ່ວນຕົວດ້ວຍການທຳລາຍຜົນປະໂຫຍດຂອງໂລກ.



ອີງຕາມລາຍງານຂ່າວໃຫ້ຮູ້ວ່າ: ເນື້ອໃນຈົດໝາຍທີ່ທ່ານນາງເຈເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາສົ່ງໄປຍັງການນຳລັດຖະສະພາອາເມຣິກາໃນຫວ່າງມໍ່ໆນີ້ໄດ້ລະບຸວ່າ: ຖ້າລັດຖະສະພາອາເມຣິກາບໍ່ສາມາດຍົກສູງຫຼືຍຸດຕິເພດານໜີ້ສິນຊົ່ວຄາວກ່ອນວັນທີ 1 ມິຖຸນາໜ້ານີ້, ກະຊວງການເງິນອາເມຣິກາຈະບໍ່ສາມາດສະໜັບສະໜູນບັນຊີຂອງລັດຖະບານ.


ຕໍ່ກັບເລື່ອງນີ້, ທ່ານນາງເໝົາໜິງໄດ້ຊີ້ໃຫ້ເຫັນວ່າ, ບັນຫາເພດານໜີ້ສິນຂອງລັດອາເມຣິກາແມ່ນວຽກງານພາຍໃນຂອງອາເມຣິກາ, ແຕ່ອາເມຣິກາໃນຖານະເປັນອົງກອນເສດຖະກິດໃຫຍ່ອັນດັບໜຶ່ງຂອງໂລກ, ສະພາບການແລະການເລືອກເອົາດ້ານນະໂຍບາຍຂອງອາເມຣິກາຈະສົ່ງຜົນສະທ້ອນທີ່ສຳຄັນຕໍ່ເສດຖະກິດໂລກ.