ທ່ານສີຈິ້ນຜິງຕ້ອນຮັບນາຍົກຣັດເຊຍ

2023-05-25 11:12:42 CRI

 

    ຕອນບ່າຍວັນທີ 24 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານມີຄາອີວ ມີຊູສຕິນ ນາຍົກລັດຖະມົນຕີຣັດເຊຍທີ່ມາຢ້ຽມຢາມຈີນຢ່າງເປັນທາງການຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ.


    ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຈີນຍິນດີສືບຕໍ່ເດັດດ່ຽວສະໜັບສະໜູນກັນ ແລະ ເພີ່ມທະວີການປະສານງານກັບຣັດເຊຍໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດແກນກາງ. ຈີນຍິນດີຮ່ວມກັບຣັດເຊຍ ແລະ ບັນດາປະເທດໃນສະຫະພາບເສດຖະກິດເອີຣົບ-ອາຊີການຮ່ວມມືເພື່ອເຊື່ອມຕໍ່, ຊຸກຍູ້ໃຫ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກັບສະຫະພາບສດຖະກິດເອຣົບ-ອາຊີ, ຊຸກຍູ້ການຈໍ່ຕົວເປັນຕະຫຼາດໃຫຍ່ພາກພື້ນແບບເປີດປະຕູສູ່ພາຍນອກຫຼາຍກວ່າເກົ່າ,ຮັບປະກັນຕ່ອງໂສ້ການອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງໃນທົ່ວໂລກໃຫ້ມີຄວາມໝັ້ນຄົງ ແລະ ສະດວກກວ່າເກົ່າ, ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະເທດຕ່າງໆໃນພາກພື້ນ.


    ທ່ານມີຄາອີວ ມີຊູສຕິນກ່າວວ່າ: ຣັດເຊຍຍິນດີຮ່ວມກັບຈີນ ເອົາໃຈໃສ່ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນທີ່ປະມຸກລັດສອງປະເທດຕົກລົງຮ່ວມກັນ, ນຳໃຊ້ກົນໄກທີ່ນາຍົກລັດຖະມົນຕີສອງປະເທດພົບປະກັນເປັນປະຈຳ ແລະ ດຳເນີນການຮ່ວມມືທີ່ກ່ຽວຂ້ອງຢ່າງເຕັມສ່ວນ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆ.ຣັດເຊຍຄອງຄອຍເພີ່ມທະວີການແລກປ່ຽນດ້ານວັດທະນະທຳຕື່ມອີກກັບຈີນ ເພື່ອເຮັດໃຫ້ຣັດເຊຍ ກັບ ຈີນມີມິດຕະພາບສືບໄຕທຸກເຊັ່ນຄົນ.