ກອງປະຊຸມສຸດຍອດສົ່ງເສີມການຄ້າ ແລະ ການລົງທຶນທົ່ວໂລກ 2023 ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນເມື່ອວັນທີ 24 ພຶດສະພານີ້, ຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ “ມີຄວາມໝັ້ນໃຈຢ່າງເດັດດ່ຽວ ແລະ ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຮ່ວມກັນສ້າງເສດຖະກິດໂລກແບບເປີດປະຕູ”.
ຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມເຫັນວ່າ: ປັດຈຸບັນ, ການຟື້ນຕົວຂອງເສດຖະກິດໂລກປະເຊີນກັບສິ່ງທ້າທາຍຕ່າງໆ. ປະເທດຕ່າງໆຢູ່ໃນໂລກແມ່ນປະຊາຄົມຮ່ວມຊາຕາກຳທີ່ຮ່ວມທຸກຮ່ວມສຸກນຳກັນ, ຍິ່ງແມ່ນປະເຊີນກັບຄວາມສ່ຽງ ແລະ ສິ່ງທ້າທາຍ, ຍິ່ງຕ້ອງການປະເທດຕ່າງໆເພີ່ມທະວີການແລກປ່ຽນແລະການຮ່ວມມືສາກົນ. ຝ່າຍຕ່າງໆຕ້ອງເພີ່ມທະວີການແລກປ່ຽນຄວາມຄິດຄວາມເຫັນ ແລະ ປະສານງານດ້ານນະໂຍບາຍມະຫາພາກ, ຮ່ວມກັນຮັບມືກັບສິ່ງທ້າທາຍຮ່ວມ, ປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ນອກນີ້, ກອງປະຊຸມໄດ້ຈໍ່ຕົວເປັນຂໍ້ລິເລີ່ມປັກກິ່ງຂອງກອງປະຊຸມສຸດຍອດສົ່ງເສີມການຄ້າ ແລະ ການລົງທຶນທົ່ວໂລກ 2023. ອີງຕາມຂໍ້ລິເລີ່ມນີ້, ຝ່າຍຕ່າງໆທີ່ເຂົ້າຮ່ວມປະຊຸມໄດ້ມີຄວາມເຫັນຮ່ວມໃນ 5 ດ້ານກ່ຽວກັບການມີຄວາມໝັ້ນໃຈຢ່າງເດັດດ່ຽວເພື່ອສາມັກຄີຮ່ວມມື, ຊຸກຍູ້ໃຫ້ເສດຖະກິດໂລກມີຄວາມໝັ້ນທ່ຽງ, ຟື້ນຟູ ແລະອື່ນໆ.