ຫວ່າງມໍ່ໆມານີ້, ສະພາການຄ້າຕ່າງປະເທດປະຈໍາຈີນຈໍານວນຫຼາຍໄດ້ເຜີຍແຜ່ບົດລາຍງານໂດຍຊີ້ໃຫ້ເຫັນວ່າ: ວິສາຫະກິດຕ່າງປະເທດຢູ່ຈີນສືບຕໍ່ມີຄວາມໝັ້ນໃຈຕໍ່ອະນາຄົດການພັດທະນາເສດຖະກິດຂອງຈີນ, ພ້ອມທັງຈະລົງເລິກຂະຫຍາຍທຸລະກິດຢູ່ຈີນຕື່ມອີກ.
ອີງຕາມບົດລາຍງານຂອງສະພາການຄ້າສະຫະພາບເອີຣົບປະຈໍາຈີນສະແດງໃຫ້ເຫັນວ່າ: ປັດໄຈຕ່າງໆຂອງຈີນເປັນຕົ້ນແມ່ນ ຕະຫຼາດຂະໜາດໃຫຍ່, ຄວາມຕ້ອງການທີ່ແຂງແຮງ, ຜົນການຄົ້ນຄວ້າພັດທະນາທີ່ສາມາດນໍາໃຊ້ໄດ້ໃນດ້ານການຄ້າແບບໄວ, ບວກກັບຊັບພະຍາກອນມະນຸດທີ່ພຽງພໍແລະອື່ນໆນັ້ນ, ໄດ້ຊຸກຍູ້ໃຫ້ວິສາຫະກິດເອີຣົບຈໍານວນຫຼາຍດໍາເນີນການຄົ້ນຄວ້າພັດທະນາຢູ່ຈີນ, ໃນຈໍານວນວິສາຫະກິດທີ່ໃຫ້ສໍາພາດນັ້ນ, ມີເກືອບ 60% ໃຫ້ຮູ້ວ່າ: ຈະເພີ່ມລາຍຈ່າຍດ້ານການຄົ້ນຄວ້າພັດທະນາຢູ່ຈີນໃນລະດັບທີ່ “ເໝາະສົມ” ຫຼື “ເດັ່ນຊັດ” ໃນ 5 ປີຕໍ່ໜ້າ.
ອີງຕາມບົດລາຍງານພາຍໃຕ້ຫົວຂໍ້ “ສະພາບແລະວິໄສທັດເສດຖະກິດໂລກ” ທີ່ອົງການສະຫະປະຊາຊາດເຜີຍແຜ່ຫວ່າງບໍ່ດົນມານີ້ໃຫ້ຮູ້ວ່າ: ອົງການສະຫະປະຊາຊາດໄດ້ປັບຂຶ້ນຕົວເລກການຄາດຄະເນຕໍ່ການເຕີບໂຕຂອງເສດຖະກິດຈີນຈາກ 4,8% ໃນຕົ້ນປີນີ້ເປັນ 5,3%. ນອກນີ້, ບົດລາຍງານຂອງກອງທຶນເງິນຕາສາກົນ ຫຼື IMF ໄດ້ຄາດຄະເນວ່າ: ປີນີ້, ອັດຕາການປະກອບສ່ວນຂອງເສດຖະກິດຈີນຕໍ່ການເຕີບໂຕຂອງເສດຖະກິດໂລກຈະຢູ່ໃນລະດັບ 34,9%.