ຕອນເຊົ້າວັນທີ 25 ພຶດສະພານີ້, ທະນາຄານກາງສ.ເກົາຫຼີໄດ້ປັບຕົວເລກຄາດຄະເນການເຕີບໂຕດ້ານເສດຖະກິດປີ 2023 ຈາກ 1,6% ລົງຮອດ 1,4%.
ນັບແຕ່ຕົ້ນປີນີ້, ຄຽງຄູ່ກັບປັດໃຈຕ່າງໆສືບຕໍ່ດຳເນີນໄປ ເປັນຕົ້ນການສົ່ງອອກຜະລິດຕະພັນປະເພດວັດສະດຸເຄິ່ງຕົວນຳ ຫຼື ເຊມີເຄິນດັກເຕີທີ່ເປັນຜະລິດຕະພັນສົ່ງອອກຕົ້ນຕໍຂອງສ.ເກົາຫຼີ ຫຼຸດໜ້ອຍລົງຢ່າງຫຼວງຫຼາຍ, ເສດຖະກິດສ.ເກົາຫຼີໄດ້ປະສົບກັບສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນການຫຼຸດໜ້ອຍລົງຂອງການສົ່ງອອກ ແລະ ການຂາດດຸນເງິນດ້ານການຄ້າຕ່າງປະເທດ ເຊິ່ງເຮັດໃຫ້ທະນາຄານໂລກ, ທະນາຄານກາງສ.ເກົາຫຼີ ແລະ ຄັງປັນຍາເອກະຊົນໄດ້ປັບຕົວເລກຄາດຄະເນການເຕີບໂຕດ້ານເສດຖະກິດຂອງສ.ເກົາຫຼີລົງໃນປີນີ້.