ວັນທີ 24 ພຶດສະພານີີ້, ທ່ານ Ron DeSantis ເຈົ້າຄອງລັດຟລໍຣິດາອາເມຣິກາໄດ້ຍື່ນເອກະສານໃຫ້ຄະນະກຳມະການເລືອກຕັ້ງອາເມຣິກາເພື່ອເຂົ້າຮ່ວມການແຂ່ງຂັນເລືອກຕັ້ງປະທານາທິບໍດີອາເມຣິກາສະໄໝໜ້າ.
ທ່ານ Ron DeSantis ປີນີ້ອາຍຸ 44 ປີ, ຈົບການສຶກສາປະລິນຍາເອກຈາກມະຫາວິທະຍາໄລຮາເວິດ, ເຄີຍປະຕິບັດງານຢູ່ກອງທັບເຮືອອາເມຣິກາ, ເຊິ່ງຈະເປັນການທ້າທາຍຢ່າງແຮງຕໍ່ອະດີດປະທານາທິບໍດີໂດນັນ ທຣຳໃນການເລືອກຕັ້ງເບື້ອງຕົ້ນພາຍໃນພັກຣິພັບບຣິກັນ.
ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາທີ່ສັງກັດພັກເດໂມເຄຣດໄດ້ປະກາດລົງແຂ່ງຂັນເລືອກຕັ້ງປະທານາທິບໍດີອີກສະໄໝໜຶ່ງເມື່ອວັນທີ 25 ເມສາຜ່ານມາ. ນັກວິເຄາະເຫັນວ່າ: ປະທານາທິບໍດີສະໄໝໜ້າຂອງອາເມຣິກາອາດ ຈະມາຈາກ 1 ໃນ 3 ທ່ານນີ້, ຄື: ທ່ານໂຈ ໄບເດັນ, ທ່ານໂດນັນ ທຣຳ ແລະ ທ່ານ Ron DeSantis.