ທ່ານສີຈິ້ນຜິງແລະປະທານາທິບໍດີອິຣິເຕຣຍສົ່ງສານຊົມເຊີຍເຊິ່ງກັນແລະກັນໃນໂອກາດຈີນ-ອິຣິເຕຣຍສ້າງສາຍພົວພັນທາງການທູດຄົບຮອບ 30 ປີ

2023-05-25 15:41:27 cri


ວັນທີ 24 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ Isaias Afwerki ປະທານາທິບໍອິຣິິເຕຣຍໄດ້ສົ່ງສານຊົມເຊີຍເຊິ່ງກັນແລະກັນເພື່ອສະຫຼອງສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 30 ປີ.


ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: ນັບແຕ່ໄດ້ສ້າງສາຍພົວພັນທາງການທູດເປັນເວລາ 30 ປີມານີ້, ການພົວພັນລະຫວ່າງຈີນ-ອິຣິິເຕຣຍໄດ້ຜ່ານການປ່ຽນແປງໃນສາກົນ, ແຕ່ສອງຝ່າຍໄດ້ມີໄມຕີຈິດຕໍ່ກັນຢ່າງຈິງໃຈ ແລະ ຮ່ວມກັນກ້າວໄປຂ້າງໜ້າມາໂດຍຕະຫຼອດ, ຕ່າງສະໜັບສະໝູນເຊິ່ງກັນແລະກັນຢ່າງເດັດດ່ຽວໃນບັນຫາທີ່ພົວພັນເຖິງຜົນປະໂຫຍດໃຈກາງແລະບັນຫາຄວາມເປັນຫ່ວງທີ່ສຳຄັນຂອງໃຜລາວ. ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຂະຫຍາຍສາຍພົວພັນຈີນ-ອິຣິເຕຣຍ, ຍິນດີຮ່ວມກັບທ່ານປະທານາທິບໍດີ Isaias Afwerki ທຳຄວາມພະຍາຍາມ, ຖືວັນທີ່ສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 30 ປີເປັນໂອກາດທີ່ດີເພື່ອຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຈີນ-ອິຣິເຕຣຍໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.


ເນື້ອໃນສານຊົມເຊີຍຂອງທ່ານ Isaias Afwerki ລະບຸວ່າ: ມິດຕະພາບອິຣິເຕຣຍ-ຈີນມີປະຫວັດມາຢ່າງຍາວນານ, ຈີນໄດ້ໃຫ້ການສະໜັບສະໜູນດ້ານສິນທຳ ແລະ ດ້ານວັດຖຸແກ່ປະຊາຊົນອິຣິເຕຣຍໃນການຍາດເອົາຄວາມເປັນເອກະລາດຂອງຊາດ. ຂ້າພະເຈົ້າຍິນດີສະແດງຄວາມໝັ້ນໃຈອັນເດັດດ່ຽວ ແລະ ສົ່ງພອນໄຊອັນປະເສີດຕໍ່ອະນາຄົດຂອງສາຍພົວພັນຍຸດທະສາດສອງຊາດອິຣິເຕຣຍ-ຈີນອີກເທື່ອໜຶ່ງມານະໂອກາດທີ່ເປັນສິລິມຸງຄຸນນີ້.