ວັນທີ 25 ພຶດສະພານີ້, ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນີວຢອກຂອງອາເມຣິກາໄດ້ຈັດກິດຈະກຳຕ່າງໆເພື່ອລະນຶກເຖິງເຈົ້າໜ້າທີ່ຮັກສາສັນຕິພາບທີ່ເສຍຊີວິດໃນການເຄື່ອນໄຫວຮັກສາສັນຕິພາບຂອງອົງການສະຫະປະຊາຊາດ, ພ້ອມທັງລະນຶກວັນສາກົນເຈົ້າໜ້າທີ່ຮັກສາສັນຕິພາບຂອງອົງການສະຫະປະຊາ ຊາດວັນທີ 29 ພຶດສະພາແລະວັນຄົບຮອບ 75 ປີຂອງການເຄື່ອນໄຫວຮັກສາສັນຕິພາບຂອງອົງການສະຫະປະຊາຊາດ.
ວັນດຽວກັນ, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະ ປະຊາຊາດໄດ້ວາງພວງມາລາຢູ່ອະນຸສາວະລີລະນຶກເຈົ້າໜ້າທີິ່ຮັກສາສັນຕິພາບເພື່ອລະນຶກເຖິງເຈົ້າໜ້າທີ່ຮັກສາສັນຕິພາບ 4.200 ທ່ານທີ່ເສຍຊີວິດໃນການ ເຄື່ອນໄຫວຮັກສາສັນຕິພາບຂອງອົງການສະຫະປະຊາຊາດນັບແຕ່ປີ 1948 ເປັນຕົ້ນມາ.
ໃນເວລາດົນນານມານີ້, ປະເທດຈີນໄດ້ແບກຫາບໜ້າທີ່ຮັບຜິດຊອບເທົ່າທີ່ຄວນເພື່ອພາລະກິດຮັກສາສັນຕິພາບຂອງອົງການສະຫະປະຊາຊາດ, ແມ່ນປະເທດທີ່ສົ່ງທະຫານໄປຫຼາຍກວ່າໝູ່ ແລະ ເປັນປະເທດແບກຫາບທຶນຮັກສາ ສັນຕິພາບຫຼາຍເປັນອັນດັບສອງໃນຈຳນວນ 5 ປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ. ນັບມາຮອດປັດຈຸບັນ, ຈີນໄດ້ສົ່ງເຈົ້າໜ້າທີ່ຮັກສາສັນຕິ ພາບລວມທັງໝົດ 50.000 ກວ່າເທື່ອຄົນໃຫ້ກັບການເຄື່ອນໄຫວຮັກສາສັນຕິພາບຂອງອົງການສະຫະປະຊາຊາດເກືອບ 30 ໂຄງ ການ, ມີທະຫານ ແລະ ເຈົ້າໜ້າທີ່ຕຳຫຼວດ 20 ກວ່າທ່ານໄດ້ເສຍສະຫຼະຊີວິດອັນລ້ຳຄ່າໃນການເຄື່ອນໄຫວຮັກສາສັນຕິພາບ.