ລັດຖະມົນຕີກະຊວງການຄ້າຈີນພົບປະກັບລັດຖະມົນຕີກະຊວງການຄ້າອາເມຣິກາ

2023-05-26 15:15:07 cri


    ວັນທີ 25 ພຶດສະພານີ້, ໃນໄລຍະເດີນທາງໄປອາເມຣິກາເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຄ້າຂອງອົງການຮ່ວມມືເສດຖະກິດອາຊີ-ປາຊິຟິກ, ທ່ານຫວາງເຫວີນທ່າວ ລັດຖະມົນຕີກະຊວງການຄ້າຈີນໄດ້ພົບປະທ່ານນາງ Gina Raimondo ລັດຖະມົນຕີກະຊວງການຄ້າອາເມຣິກາຢູ່ນະຄອນຫຼວງວໍຊິງຕັນ. ສອງຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນນຳກັນຢ່າງຈິງໃຈ, ມີວິຊາການ ແລະ ມີລັກສະນະສ້າງສັນກ່ຽວກັບສາຍພົວພັນເສດຖະກິດການຄ້າຈີນ-ອາເມຣິກາ ລວມທັງບັນຫາເສດຖະກິດການຄ້າທີ່ີມີຄວາມີສົນໃຈຮ່ວມກັນ. ຝ່າຍຈີນໄດ້ສະແດງຄວາມສົນໃຈເປັນພິເສດກ່ຽວກັບນະໂຍບາຍເສດຖະກິດການຄ້າກັບຈີນ, ນະໂຍບາຍເຊມິຄອນດັກເຕີ, ການຄວບຄຸມການສົ່ງອອກ, ການກວດກາການລົງທຶນຢູ່ຕ່າງປະເທດ ແລະອື່ນໆຂອງ ອາເມຣິກາ. ສອງຝ່າຍເຫັນດີສ້າງຊ່ອງທາງຕິດຕໍ່ພົວພັນກັນເພື່ອຮັກສາ ແລະ ເພີ່ມທະວີການແລກປ່ຽນກ່ຽວກັບຄວາມສົນໃຈດ້ານເສດຖະກິດການຄ້າ ແລະ ເລື່ອງການຮ່ວມມືອັນລະອຽດ.