ໂດຍແນໃສ່ບັນຫາທີ່ຜູ້ນຳກຸ່ມ 7 ປະເທດ ຫຼື ກຸ່ມ G7 ໄດ້ກ່າວໃນຖະແຫຼງການຮ່ວມສະບັບໜຶ່ງວ່າ: ຕົນບໍ່ໄດ້ສະແຫວງຫາການຕັດສາຍພົວພັນກັບຈີນ, ແຕ່ແມ່ນສະແຫວງຫາການຫຼຸດຄວາມສ່ຽງໃຫ້ຕ່ຳລົງ, ທ່ານນາງຊູ້ເຈຍຖີງ ໂຄສົກຖະແຫຼງຂ່າວກະຊວງການຄ້າຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຄ້າຈີນເມື່ອວັນທີ 25 ພຶດສະພານີ້ວ່າ: ຫວັງວ່າກຸ່ມ G7 ຈະປະຕິບັດທັດສະນະທີ່ບໍ່ສະແຫວງຫາການຕັດສາຍພົວພັນກັບຈີນໃຫ້ປະກົດຜົນເປັນຈິງ.
ທ່ານນາງຊູ້ເຈຍຖີງກ່າວຕື່ມວ່າ: ບໍ່ຄວນເຮັດແບບທັງເວົ້າວ່າບໍ່ສະແຫວງຫາການຕັດສາຍພົວພັນກັນ ທັງເພີ່ມແຮງກົດດັນຕໍ່ການພັດທະນາຂອງຈີນດ້ວຍການນຳໃຊ້ມາດຕະການຈຳກັດດ້ານການຄ້າແລະການລົງທຶນໃນທາງທີ່ບໍ່ຖືກຕ້ອງ. ຈີນມີທ່າທີຮັບຜິດຊອບມາໂດຍຕະຫຼອດເພື່ອເພີ່ມຄວາມແນ່ນອນໃຫ້ກັບໂລກທີ່ມີການປ່ຽນແປງຫຼາຍ ແລະ ເພີ່ມແຮງຂັບເຄື່ອນໃໝ່ໃຫ້ກັບການເຕີບໂຕຂອງເສດຖະກິດໂລກ. ສິ່ງທີ່ຈີນນຳມາໃຫ້ກັບໂລກນັ້ນແມ່ນການຮ່ວມມືແລະໂອກາດ, ແຕ່ບໍ່ແມ່ນການເປັນປໍລະປັກກັນແລະຄວາມສ່ຽງ.
ທ່ານນາງຊູ້ເຈຍຖີງກ່າວຕື່ມອີກວ່າ: ໃນຖານະເປັນກຳລັງສຳຄັນເພື່ອສ້າງຄວາມໝັ້ນຄົງໃຫ້ກັບຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງຂອງໂລກ, ຈີນຍິນດີສືບຕໍ່ເປັນຄູ່ການຄ້າທີ່ເຊື່ອໃຈໄດ້ ແລະ ຄູ່ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຂອງປະເທດຕ່າງໆ, ສືບຕໍ່ເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງ ເພື່ອສ້າງຜົນປະໂຫຍດໃຫ້ກັບໂລກດ້ວຍການພັດທະນາທີ່ມີຄຸນນະພາບສູງຂອງຕົນ.