ໂດຍແນໃສ່ທັດສະນະກ່ຽວກັບບັນຫາໄຕ້ຫວັນຂອງປະທານາທິບໍດີປຣາກວາຍ, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວເນັ້ນໜັກໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 25 ພຶດສະພານີ້ວ່າ: ການຍຶດໝັ້ນຫຼັກການປະເທດຈີນດຽວແມ່ນຄວາມເປັນທຳສາກົນ, ຄວາມປາດຖະໜາຂອງປະຊາຊົນ ແມ່ນທ່ວງທ່າຫຼັກແຫ່ງການພັດທະນາ.
ທ່ານນາງເໝົາໜິງກ່າວເນັ້ນວ່າ: ຢູ່ໃນໂລກນີ້ມີປະເທດຈີນພຽງປະເທດດຽວ, ໄຕ້ຫວັນແມ່ນພາກສ່ວນໜຶ່ງຂອງຜືນແຜ່ນດິນຈີນທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ຫຼັກການປະເທດຈີນດຽວແມ່ນຫຼັກການຂອງການພົວພັນສາກົນທີ່ຮັບຮອງໂດຍທົ່ວໄປ ກໍຄືຄວາມຮັບຮູ້ທົ່ວໄປຂອງປະຊາຄົມໂລກ, ມີ 182 ປະເທດໄດ້ສ້າງການພົວພັນທາງການທູດກັບຈີນບົນພື້ນຖານຫຼັກການປະເທດຈີນດຽວ.
ທ່ານນາງເໝົາໜິງກ່າວຕື່ມວ່າ: ປະເທດທີ່ກ່ຽວຂ້ອງຄວນເບິ່ງທ່ວງທ່າຫຼັກຢ່າງຈະແຈ້ງ, ຢືນຢູ່ເປື້ອງຖືກຕ້ອງຂອງປະຫວັດສາດ, ປະຕິບັດການຕົກລົງທີ່ຖືກຕ້ອງທີ່ສອດຄ່ອງກັບຜົນປະໂຫຍດພື້ນຖານແລະໄລຍະຍາວຂອງປະເທດຕົນໂດຍໄວ.