ຜູ້ຕາງໜ້າຝ່າຍຈີນຮຽກຮ້ອງໃຫ້ປະຊາຄົມໂລກຕັ້ງໜ້າສະໜັບສະໜູນການສະໜອງເງິນທຶນໃຫ້ແກ່ການຮັກສາສັນຕິພາບຂອງສະຫະພາບອາຟຣິກາ

2023-05-26 17:13:50 cri


ວັນທີ 25 ພຶດສະພານີ້, ທ່ານຈ່າງຈວິ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ປະຊາຄົມໂລກຄວນໃຫ້ການສະໜັບສະໜູນຢ່າງຕັ້ງໜ້າແກ່ການເຄື່ອນໄຫວຮັກສາສັນຕິພາບຂອງສະຫະພາບອາຟຣິກາ, ຄອງຄອຍສະພາຄວາມໝັ້ນຄົງຊຸກຍູ້ບັນຫາທີ່ກ່ຽວຂ້ອງໃຫ້ໄດ້ຮັບຄວາມຄືບໜ້າທີ່ມີລັກສະນະທາດແທ້ໂດຍໄວ.


ໃນເວລາປະກອບຄຳຄິດຄຳເຫັນໃນກອງປະຊຸມເປີດເຜີຍຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດກ່ຽວກັບບັນຫາສະໜອງເງິນທຶນໃຫ້ແກ່ການເຄື່ອນໄຫວເປັນເຈົ້າການຮັກສາສັນຕິພາບຂອງສະຫະພາບອາຟຣິກາໃນວັນທີ 25 ພຶດສະພານີ້, ທ່ານຈ່າງຈວິ່ນກ່າວວ່າ: ເດືອນກຸມພາປີນີ້, ກອງປະຊຸມສຸດຍອດສະຫະພາບອາຟຣິກາໄດ້ຜ່ານເອກະສານຄວາມຮັບຮູ້ຮ່ວມໂດຍເນັ້ນໜັກວ່າຕ້ອງສະໜອງເງິນທຶນທີ່ພຽງພໍ, ຄາດຄະເນໄດ້ແລະ ແບບຍືນຍົງໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບຂອງສະຫະພາບອາຟຣິກາ, ຮຽກຮ້ອງໃຫ້ອົງການສະຫະປະຊາຊາດໃຫ້ການສະໜັບສະໜູນ. ຄຳຮ້ອງຂໍຂອງປະເທດຢູ່ໃນທະວີບອາຟຣິກາແມ່ນມີຄວາມຍຸຕິທຳ ແລະ ສົມເຫດສົມຜົນ, ປະຊາຄົມໂລກຕ້ອງໃຫ້ຄວາມເອົາໃຈໃສ່ເປັນຢ່າງສູງ, ພ້ອມທັງໃຫ້ການສະໜັບສະໜູນຢ່າງຕັ້ງໜ້າ.


ທ່ານຈ່າງຈວິ່ນກ່າວເນັ້ນໜັກວ່າ: ການແກ້ໄຂບັນຫາສະໜອງເງິນທຶນໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບຂອງສະຫະພາບອາຟຣິກາຕ້ອງສະແດງໃຫ້ເຫັນເຖິງຫຼັກການພື້ນຖານແຫ່ງການແກ້ໄຂບັນຫາອາຟຣິກາດ້ວຍຮູບແບບອາຟຣິກາ. ພາຍຫຼັງການເຄື່ອນໄຫວຮັກສາສັນຕິພາບຂອງສະຫະພາບອາຟຣິກາຮັບເອົາການຊ່ວຍເຫຼືອດ້ານເງິນທຶນຈາກອົງການສະຫະປະຊາຊາດແລ້ວ, ຍັງຄົງແມ່ນການເຄື່ອນໄຫວຂອງສະຫະພາບອາຟຣິກາຄືເກົ່າ. ສິ່ງທີ່ຕ້ອງແກ້ໄຂນັ້ນແມ່ນນັນຫາລະດົມທຶນ, ແຕ່ບໍ່ແມ່ນດັດສ້າງກອງທະຫານສະຫະພາບອາຟຣິກາໃຫ້ເປັນກອງ ທະຫານຮັກສາສັນຕິພາບອີກກອງໜຶ່ງຂອງອົງການສະຫະປະຊາຊາດ.