ການເຄື່ອນໄຫວລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທຄັ້ງທີ 129 ໄດ້ສຳເລັດຢ່າງຈົບງາມ

2023-05-27 15:39:22 cri

 

ໃນເວລາ 12 ໂມງຂອງວັນທີ 26 ພຶດສະພານີ້, ຄຽງຄູ່ກັບເຮືອລາດຕະເວນປະຕິບັດກົດໝາຍຂອງຈີນຈອດຢູ່ທ່າເຮືອກ່ວນເຫຼີຍກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານຈີນ, ການເຄື່ອນໄຫວລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທຄັ້ງທີ 129 ໄດ້ສະເລັດຢ່າງຈົບງາມ.

 

ການເຄື່ອນໄຫວລາດຕະເວນຮ່ວມຄັ້ງນີ້ໄດ້ໃຊ້ເວລາ 4 ມື້ 3 ຄືນ, ໄດ້ເດີນເຮືອທັງໝົດຫຼາຍກວ່າ 500 ກິໂລແມັດ, ພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດໄດ້ສົ່ງເຮືອປະຕິບັດກົດໝາຍ 7 ລຳ ແລະຜູ້ປະຕິບັດກົດໝາຍ 135 ຄົນ, ເດີນເຮືອອອກຈາກທ່າເຮືອຈິງຮ່າຂອງກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາ ແລະທ່າເຮືອວັງພົງຂອງມຽນມາຕາມລຳດັບ, ດຳເນີນການລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມແມ່ນ້ຳທົ່ວສາຍ ແລະໃນເຂດນ້ຳສຳຄັນ, ຈີນຍັງໄດ້ຮ່ວມກັບພາກສ່ວນປະຕິບັດກົດໝາຍທີ່ກ່ຽວຂ້ອງຂອງລາວດຳເນີນການກວດກາທາງບົກແບບເປີດເຜີຍ, ໄດ້ກວດລົດ 50 ກວ່າຄັນ, ປະຊາຊົນ 80 ກວ່າຄົນ ແລະສິນຄ້າ 20 ກວ່າໂຕນ.