ທ່ານເຣເຊບ ຕາຍຢິບ ເອິໂດກັນໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຕູຣາເຄຍ

2023-05-29 14:54:02 cri

ວັນທີ 28 ພຶດສະພານີ້, ຄະນະກຳມະການເລືອກຕັ້ງສູງສຸດຂອງຕູຣາເຄຍໄດ້ປະກາດວ່າ: ອີງຕາມຜົນການເລືອກຕັ້ງເບື້ອງຕົ້ນ, ທ່ານເຣເຊບ ຕາຍຢິບ ເອິໂດກັນ ປະທານາທິບໍດີຕູຣາເຄຍໄດ້ຮັບໄຊຊະນະຈາກການເລືອກຕັ້ງປະທານາທິບໍດີໃນຮອບທີ 2.

 

ຄະນະກຳມະການເລືອກຕັ້ງສູງສຸດຂອງຕູຣາເຄຍຊີ້ໃຫ້ເຫັນວ່າ: ມາຮອດປັດຈຸບັນນີ້, ໄດ້ສຳເລັດການນັບບັດເລືອກຕັ້ງແລ້ວ 99,59%, ທ່ານເອິໂດກັນໄດ້ຮັບຄະແນນສຽງ 51,91%, ທ່ານເຄມານ ກິລິກດາໂຣກລູ ຜູ້ສະໝັກຮັບເລືອກຕັ້ງຂອງ “ສະຫະພັນຊົນຊາດ” ທີ່ປະກອບດ້ວຍ 6 ພັກຝ່າຍຄ້ານໄດ້ຮັບຄະແນນສຽງ 48,09%. ອີງຕາມຜົນການເລືອກຕັ້ງເບື້ອງຕົ້ນ, ທ່ານເອິໂດກັນໄດ້ຮັບໄຊຊະນະຈາກການເລືອກຕັ້ງຄັ້ງນີ້.

 

ທ່ານເອິໂດກັນໄດ້ກ່າວຄຳປາໄສປະກາດໄຊຊະນະ.

 

ຄະນະກຳມະການເລືອກຕັ້ງສູງສຸດຕູຣາເຄຍຈະເປີດເຜີຍຜົນການເລືອກຕັ້ງຢ່າງເປັນທາງການໃນວັນທີ 1 ມິຖຸນາໜ້ານີ້.