ທ່ານສີຈິ້ນຜິງລົງສຳຫຼວດຄົ້ນຄວ້າທີ່ນະຄອນຈິວຈ່ຽງແຂວງຈ່ຽງຊີ່

2023-10-11 16:38:32 cri

ຕອນບ່າຍວັນທີ 10 ຕຸລາ 2023, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ລົງສຳຫຼວດຄົ້ນຄວ້າຢູ່ນະຄອນຈິວຈ່ຽງແຂວງຈ່ຽງຊີ່. ທ່ານໄດ້ໄປເຂດເມືອງຈິວຈ່ຽງເຊິ່ງເປັນສ່ວນໜຶ່ງຂອງສວນວັດທະນະທຳແຫ່ງຊາດແມ່ນ້ຳຢາງເຊ ແລະ ກຸ່ມບໍລິສັດນ້ຳມັນເຊື້ອໄຟ ແລະ ອຸດສາຫະກຳເຄມີຈີນ ຫຼື Sinopec ສາຂາຈິວຈ່ຽງ, ເພື່ອຊອກຮູ້ສະພາບການກ່ຽວກັບການສ້າງສວນວັດທະນະທຳແຫ່ງຊາດແມ່ນ້ຳຢາງເຊ, ການປົວແປງລະບົບນິເວດຕາມແຄມຝັ່ງແມ່ນ້ຳຢາງເຊ, ວິສາຫະກິດນ້ຳມັນເຊື້ອໄຟ ແລະ ອຸດສາຫະກຳເຄມີປ່ຽນແປງໂຄງປະກອບຫັນເປັນການພັດທະນາແບບສີຂຽວ ແລະ ສະພາບການອື່ນໆ.