ທ່ານ ສີຈິ້ນຜິງ ຮັບຟັງລາຍງານວຽກງານຂອງທ່ານ ເຮີ້ຢີ່ເຊີງ

2023-12-19 16:50:49 cri

      ຕອນບ່າຍວັນທີ 18 ທັນວານີ້, ຢູ່ຫ້ອງການຢີງໄທທຳນຽບຈົ່ງນານໄຫທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ເຮີ້ຢີ່ເຊີງ ຜູ້ວ່າການເຂດບໍລິຫານພິເສດມາກາວທີ່ມາລາຍງານສະພາບວຽກງານຂອງອົງການປົກຄອງເຂດບໍລິຫານພິເສດກໍຄືສະພາບການໃນປັດຈຸບັນຂອງມາກາວ.

      ທ່ານ ສີຈິ້ນຜິງ ກ່າວວ່າ: ໃນ 1 ປີຜ່ານມາ, ທ່ານ ເຮີ້ຢີ່ເຊີງ ຜູ້ວ່າການເຂດບໍລິຫານພິເສດມາກາວໄດ້ນຳພາອົງການປົກຄອງເຂດບໍລິຫານພິເສດມາກາວ,ສຳເລັດການປັບປຸງກົດໝາຍວ່າດ້ວຍການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດຂອງມາກາວຢ່າງສະດວກ,ໄດ້ຊຸກຍູ້ການດຳເນີນວຽກງານປັບປຸງກົດໝາຍວ່າດ້ວຍການເລືອກຕັ້ງຜູ້ວ່າການເຂດບໍລິຫານພິເສດແລະກົດໝາຍວ່າດ້ວຍການເລືອກຕັ້ງສະພານິຕິບັນຍັດຢ່າງເປັນລະບຽບຮຽບຮ້ອຍ,ໄດ້ເພີ່ມທະວີການຄຸ້ມຄອງຕໍ່ຂະແໜງການພະນັນຫຼືກາຊິໂນຢ່າງຖືກຕ້ອງຕາມກົດໝາຍ,ໄດ້ຊຸກຍູ້ການສ້າງສາເຂດຮ່ວມມືກວາງຕຸ້ງ-ມາກາວຢູ່ເຮີງຊິນທີ່ມີລະດັບເລິກເຊິ່ງໃຫ້ໄດ້ຮັບປະສິດທິຜົນອັນໃໝ່,ເປີດກວ້າງການແລກປ່ຽນແລະຮ່ວມມືກັບພາຍນອກຢ່າງຕໍ່ເນື່ອງ,ເສດຖະກິດມາກາວໄດ້ຟື້ນຕົວຄືນໃໝ່ຢ່າງວ່ອງໄວ,ສັງຄົມໄດ້ຮັກສາຄວາມກົມກຽວແລະມີສະຖຽນລະພາບ. ລັດຖະບານສູນກາງຈີນມີຄວາມເຫັນດີຢ່າງເຕັມສ່ວນຕໍ່ວຽກງານຂອງທ່ານ ເຮີ້ຢີ່ເຊີງ ຜູ້ວ່າການກໍຄືອົງການປົກຄອງເຂດບໍລິຫານພິເສດມາກາວ.

      ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ໃນຍຸກໃໝ່ແລະຂະບວນການໃໝ່, ລັດຖະບານສູນກາງຈີນຈະຈັດຕັ້ງປະຕິບັດທິດທາງນະໂຍບາຍ “ປະເທດດຽວສອງລະບອບ” ຢ່າງຮອບດ້ານ,ຖືກຕ້ອງແລະເດັດດ່ຽວໜຽວແໜ້ນຢ່າງສະເໝີຕົ້ນສະເໝີປາຍ,ຈັດຕັ້ງປະຕິບັດຫຼັກການ “ຜູ້ຮັກຊາດບໍລິຫານມາກາວ”, ເພື່ອຕ້ອນຮັບເຂດບໍລິຫານພິເສດມາກາວກັບຄືນສູ່ປະເທດຊາດຄົບຮອບ 25 ປີດ້ວຍຜົນງານດ້ານການພັດທະນາອັນໃໝ່.