ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງນາຍົກຣັດເຊຍ

2023-12-21 17:56:29 cri


   ຕອນເຊົ້າວັນທີ20ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານມີຄາອີວ ວະລາດີເມຍໂຣວິກ ມີຊູສຕິນ ນາຍົກລັດຖະມົນຕີຣັດເຊຍຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ.

   ທ່ານສີຈິ້ນຜິງຊີ້ອອກວ່າ: ນັບແຕ່ປີນີ້ເປັນຕົ້ນມາ,ຂ້າພະເຈົ້າໄດ້ພົບປະກັບທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍສອງເທື່ອ,ລັດຖະບານ,ອົງການນິຕິບັນຍັດ, ພັກການເມືອງແລະທ້ອງຖິ່ນຂອງສອງປະເທດໄດ້ໄປມາຫາສູ່ກັນຢ່າງສະໜິດແໜ້ນ, ການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆໄດ້ພັດທະນາໄປຢ່າງປອດໃສແລະໝັ້ນທ່ຽງ. ຈີນຍິນດີຮ່ວມກັບຣັດເຊຍຖືເອົາປີໜ້າເຊິ່ງເປັນປີສ້າງການພົວພັນຈີນ-ຣັດເຊຍຄົບຮອບ 75 ປີເປັນຈຸດເລີ່ມຕົ້ນໃໝ່, ສືບຕໍ່ເກາະແຂນກັນກ້າວເດີນໄປຂ້າງໜ້າໃນຂະບວນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດຕົນແລະບັນລຸຄວາມຈະເລີນຮຸ່ງເຮືອງຄືນໃໝ່ຂອງຊົນຊາດຕົນຢ່າງຮອບດ້ານ.

   ທ່ານມີຊູສຕິນກ່າວວ່າ: ຣັດເຊຍຍິນດີຮ່ວມກັບຈີນຕັ້ງໜ້າຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນທຸກຂໍ້ທີ່ປະມຸກລັດສອງປະເທດຕົກລົງກັນ ແລະຮ່ວມກັນກັບຈີນຂຸດຄົ້ນກຳລັງແຮງບົ່ມຊ້ອນ,ເປີດກວ້າງການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ພະລັງງານ, ການເຊື່ອມໂຍງເຊື່ອມຈອດ ແລະອື່ນໆ,ຈັດກິດຈະກຳສະຫຼອງປີວັດທະນະທຳໃຫ້ດີ, ປັບປຸງໄມຕີຈິດມິດຕະພາບຕະຫຼອດທຸກເຊັ່ນຄົນລະຫວ່າງປະຊາຊົນສອງຊາດໃຫ້ໝັ້ນຄົງຍາວນານ.