ທ່ານສີຈິ້ນຜິງ ພົບປະເຈລະຈາກັບປະທານາທິບໍດີມານດິວ

2024-01-11 14:46:36 cri

ຕອນບ່າຍວັນທີ 10 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຈລະຈາກັບທ່ານ ໂມຮາເມັດ ມູອິຊູ ປະທານາທິບໍດີມານດິວທີ່ມາຢ້ຽມຢາມປະເທດຈີນທາງລັດຖະກິດຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ. ປະມຸກລັດທັງສອງປະເທດຮ່ວມກັນປະກາດວ່າ, ຈະຍົກລະດັບການພົວພັນລະຫວ່າງຈີນກັບມານດິວຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ຫຼັງຈາກພົບປະເຈລະຈາກັນ, ປະມຸກລັດທັງສອງປະເທດໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ການລົງນາມໃນແຜນດຳເນີນງານກ່ຽວກັບການສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນກັບມານດີວ ແລະ ເອກະສານຮ່ວມມືສອງຝ່າຍຫຼາຍສະບັບໃນຂົງເຂດຕ່າງໆເຊັ່ນ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ການຄຸ້ມຄອງໄພພິບັດ, ເຕັກນິກເສດຖະກິດ, ເສດຖະກິດສີຟ້າ, ເສດຖະກິດດີຈີຕອນ, ການພັດທະນາແບບສີຂຽວ, ພື້ນຖານໂຄງລ່າງ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຂົງເຂດອື່ນໆ.

ໃນໄລຍະທ່ານ ໂມຮາເມັດ ມູອິຊູ ມາຢ້ຽມຢາມປະເທດຈີນ, ສອງຝ່າຍຈະປະກາດ “ຖະແຫຼງການຮ່ວມລະຫວ່າງສາທາລະນະລັດປະຊາຊົນຈີນກັບສາທາລະນະລັດມານດີວ”.