ທ່ານສີຈິ້ນຜິງ ກ່າວຄຳປາໄສສຳຄັນໃນພິທີເປີດງານສຳມະນາທີ່ມີຫົວຂໍ້ສະເພາະກ່ຽວກັບການຊຸກຍູ້ການພັດທະນາການທະນາຄານດ້ວຍຄຸນນະພາບສູງຂອງພະນັກງານສຳຄັນລະດັບແຂວງແລະລັດຖະມົນຕີ

2024-01-17 14:36:12 cri


ຕອນເຊົ້າວັນທີ 16 ມັງກອນນີ້, ງານສຳມະນາທີ່ມີຫົວຂໍ້ສະເພາະກ່ຽວກັບການຊຸກຍູ້ການພັດທະນາການທະນາຄານດ້ວຍຄຸນນະພາບສູງຂອງພະນັກງານສຳຄັນລະດັບແຂວງແລະລັດຖະມົນຕີຈີນໄດ້ເລີ່ມຈັດຂຶ້ນຢູ່ສະຖາບັນການບໍລິຫານແຫ່ງຊາດ. ໃນພິທີເປີດງານ, ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ກ່າວຄຳປາໄສທີ່ສຳຄັນ ໂດຍກ່າວເນັ້ນວ່າ, ເສັ້ນທາງພັດທະນາການທະນາຄານທີ່ມີສີສັນພິເສດຂອງຈີນ ທັງສອດຄ່ອງກັບກົດເກນພາວະວິໄສແຫ່ງການພັດທະນາການທະນາຄານຍຸກປັດຈຸບັນ, ທັງມີສີສັນພິເສດທີ່ສອດຄ່ອງກັບສະພາບຕົວຈິງຂອງຈີນ, ມີຄວາມແຕກຕ່າງກັນໃນດ້ານທາດແທ້ກັບຮູບແບບການທະນາຄານຝ່າຍຕາເວັນຕົກ. ພວກເຮົາຄວນມີຄວາມໝັ້ນໃຈຢ່າງເດັດດ່ຽວໜຽວແໜ້ນ, ສືບຕໍ່ຄົ້ນຄວ້າພັດທະນາໃຫ້ສົມບູນໃນພຶດຕິກຳ, ເຮັດໃຫ້ເສັ້ນທາງສາຍນີ້ນັບມື້ນັບກວ້າງຂວາງກວ່າເກົ່າ. ພ້ອມດຽວກັນນັ້ນ, ຕ້ອງຊຸກຍູ້ໃຫ້ການທະນາຄານມີການພັດທະນາດ້ວຍຄຸນນະພາບສູງ, ສ້າງເປັນປະເທດທີ່ເຂັ້ມແຂງໃນດ້ານການທະນາຄານ.