ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີອຸດສະເບກິດສະຖານ

2024-01-25 14:44:44 cri

ວັນທີ 24 ມັງກອນນີ້, ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະສົນທະນາກັບທ່ານຊັຟກາດ ມິໂຣໂມໂນວິກ ມິເອີຊີໂຢເຢັຟ ປະທານາທິບໍດີອຸດສະເບກິດສະຖານທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ. ປະມຸກລັດສອງປະເທດໄດ້ປະກາດວ່າ: ຈີນ ແລະ ອຸດສະເບກິດສະຖານໄດ້ຕົກລົງພັດທະນາການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ຕະຫຼອດເວລາໃນຍຸກໃໝ່.

ທ່ານສີຈິ້ນຜິງຊີ້ອອກວ່າ: ສອງຝ່າຍຕ້ອງຖືການພັດທະນາການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ຕະຫຼອດເວລາໃນຍຸກໃໝ່ໃຫ້ເປັນໂອກາດ, ຮັດແໜ້ນພື້ນຖານຄູ່ຮ່ວມຊາຕາກຳຈີນ-ອຸດສະເບກິດສະຖານດ້ວຍຄວາມໄວ້ເນື້ອເຊື້ອໃຈກັນທາງດ້ານການເມືອງໃນລະດັບສູງ, ຊ່ວຍຈີນ ແລະ ອຸສເບກີສະຖານຊຸກຍູ້ພາລະກິດການຫັນເປັນທັນສະໄໝຂອງປະເທດຕົນເອງດ້ວຍການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃນຄຸນນະພາບສູງ.

ທ່ານຊັຟກາດ ມິໂຣໂມໂນວິກ ມິເອີຊີໂຢເຢັຟ ກ່າວວ່າ: ອຸດສະເບກິດສະຖານເດັດດ່ຽວສະໜັບສະໜູນຂໍ້ລິເລີ່ມການຮ່ວມມືທົ່ວໂລກຕ່າງໆທີ່ສະເໜີອອກມາໂດຍທ່ານປະທານສີຈິ້ນຜິງ ແລະ ຍິນດີຮ່ວມມືກັບຈີນ ເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມເຫຼົ່ານີ້ຢ່າງຕັ້ງໜ້າ.