ທ່ານສີຈິ້ນຜິງຮັບສານຕາຕັ້ງຈາກທູດປະເທດຕ່າງໆປະຈຳຈີນ

2024-01-31 14:23:40 cri


    ຕອນບ່າຍວັນທີ 30 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຮັບສານຕາຕັ້ງຈາກທູດ 42 ປະເທດປະຈຳຈີນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.

    ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສຕໍ່ບັນດາທູຕານຸທູດ.

    ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ຈີນທະນຸຖະໜອມມິດຕະພາບລະຫວ່າງຈີນ ແລະ ປະຊາຊົນບັນດາປະເທດ, ຍິນດີບົນພື້ນຖານຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມກັບປະຊາຊົນບັນດາປະເທດເສີມສ້າງໄມຕີຈິດມິດຕະພາບ, ເປີດກວ້າງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ໃຫ້ສາຍພົວພັນສອງຝ່າຍພັດທະນາກ້າວໄປໜ້າຢ່າງບໍ່ຢຸດຢັ້ງ. ຫວັງວ່າບັນດາທູຕານຸທູດຈົ່ງຊອກຮູ້ຈີນຢ່າງຮອບດ້ານ ແລະ ເລິກເຊິ່ງ, ຮັດແໜ້ນການຮ່ວມມື ແລະ ສ້າງຂົວແຫ່ງການຕິດຕໍ່ພົວພັນໃຫ້ແກ່ສາຍພົວພັນສອງຝ່າຍ. ລັດຖະບານຈີນຈະອຳນວຍຄວາມສະດວກ ແລະ ສະໜັບສະໜູນວຽກງານຂອງບັນດາທູຕານຸທູດ.

    ທ່ານສີຈິ້ນຜິງກ່າວວ່າ: ໂລກໃນປັດຈຸບັນບໍ່ຄ່ອຍໝັ້ນຄົງ, ຈີນຈະເຮັດຄືດັ່ງທີ່ເຄີຍໄດ້ປະຕິບັດຜ່ານມາ, ຖືເອົາອະນາຄົດຂອງມວນມະນຸດເປັນສິ່ງຫ່ວງໃຍຢູ່ໃນໃຈ, ຖືເອົາຄວາມສຸກຂອງປະຊາຊົນເປັນເປົ້າໝາຍ, ພະຍາຍາມປະກອບສະຕິປັນຍາຈີນ ແລະ ແຜນການຈີນເຂົ້າໃນພາລະກິດສັນຕິພາບ ແລະ ການພັດທະນາຂອງມວນມະນຸດ, ສົ່ງເສີມການຫັນເປັນຫລາຍຂົ້ວຂອງໂລກທີ່ສະເໝີພາບ ແລະ ເປັນລະບຽບຮຽບຮ້ອຍດີ ແລະ ເສດຖະກິດໂລກາພິວັດທີ່ສ້າງຜົນປະໂຫຍດໃຫ້ທົ່ວເຖິງ ແລະ ກວມລວມ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ ເກາະແຂນກັນສ້າງສາໂລກໃຫ້ສວຍງາມກວ່າເກົ່າ.