ນາຍົກຈີນສົ່ງສານຊົມເຊີຍເຖິງພິທີເປີດ “ປີແລກປ່ຽນວັດທະນະທຳຈີນ-ອາຊຽນ” 2024

2024-02-02 17:49:18 CRI


ວັນທີ 2 ກຸມພານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ສົ່ງ ສານຊົມເຊີຍເຖິງພິທີເປີດ “ປີແລກປ່ຽນວັດທະນະທຳຈີນ-ອາຊຽນ” 2024.


ໃນສານຊົມເຊີຍຂອງທ່ານຫຼີສຽງໄດ້ລະບຸວ່າ, ຈີນ ແລະ ປະເທດອາຊຽນມີພູຜາ ແລະ ແມ່ນ້ຳລຳເຊຕິດຈອດກັນ, ວັດທະນະທຳເຊື່ອມໂຍງກັນ, ການໄປມາຫາສູ່ກັນຖານໄມຕີຈິດມິດຕະພາບທີ່ມີມາແຕ່ດົນນານແລ້ວ. ສອງຝ່າຍໄດ້ຮ່ວມກັນປະດິດສ້າງວັດທະນະທຳອາຊີທີ່ຫຼາກຫຼາຍສີສັນ, ສ້າງມິ່ງຂວັນດ້ານອະລິຍະທຳທີ່ສະຫງ່າລາສີ. ແຕ່ສະໄໝບູຮານມານີ້, ພາກພື້ນອາຊີຕາເວັນສຽງໃຕ້ກໍເປັນຊຸມເສັ້ນທາງສຳຄັນຂອງເສັ້ນທາງສາຍໄໝທາງທະເລ. ເຈີ້ງເຫີໄດ້ອອກເດີນທະເລທາງໄກເຈັດເທື່ອ, ແລະໄດ້ຈົ່ງເລື່ອງລາວທີ່ດີງາມກ່ຽວກັບຈີນ ແລະ ແຫ່ງຕ່າງໆໄປມາຫາສູ່ກັນ ແລະ ເຮັດທຸລະກິດການຄ້ານຳກັນບົນຈິດໃຈໄມຕີຈິດມິດຕະພາບ. ປັດຈຸບັນນີ້, ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ ແລະ ອາຊຽນມີທ່ວງທ່າພັດທະນາທີ່ດີ, ການຮ່ວມມືໃນຂົງເຂດຕ່າງໆໄດ້ຮັບໝາກຜົນຢ່າງຈົບງາມ, ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນໄດ້ມີບາດກ້າວໃໝ່ຢ່າງບໍ່ຢຸດຢັ້ງ.


ທ່ານຫຼີສຽງກ່າວວ່າ, ທ່ານສີຈິ້ນຜິງ ປະທານປະເທດຈີນຊີ້ອອກວ່າ, ຖ້າຢາກຮັກສາມິດຕະພາບລະຫວ່າງຈີນ-ອາຊຽນໃຫ້ມີຄວາມໝັ້ນຍືນ, ຕ້ອງຮັດແໜ້ນພື້ນຖານທາງສັງຄົມຂອງສາຍພົວພັນສອງຝ່າຍ, ຈີນຫວັງວ່າຈະຮ່ວມມືກັບບັນດາປະເທດອາຊຽນ, ຖືເອົາ “ປີແລກປ່ຽນວັດທະນະທຳຈີນ-ອາຊຽນ”ເປັນກາລະໂອກາດ, ຮ່ວມກັນປະຕິບັດຕາມຂໍ້ລິເລີ່ມອະລິຍະທຳໂລກ, ສົ່ງເສີມຄ່ານິຍົມອາຊີທີ່ຖືເອົາສັນຕິພາບ, ການຮ່ວມມື, ການກວມລວມ, ແລະ ການເຊື່ອມໂຍງເປັນແກນກາງ, ຊຸກຍູ້ໃຫ້ປະຊາຊົນ 2 ຕື້ກວ່າຄົນຂອງສອງຝ່າຍເຂົ້າໃຈກັນ, ສະໜິດສະໜົມກັນ ແລະ ເຊື່ອມໂຍງເຂົ້າກັນ, ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນໃຫ້ສະໜິດແໜ້ນກວ່າເກົ່າ, ສ້າງບ້ານເມືອງຮ່ວມທີ່ສັນຕິພາບ, ສະຫງົບສຸກ, ຈະເລີນຮຸ່ງເຮືອງ, ສວຍງາມ ແລະ ມີໄມຕີຈິດມິດຕະພາບ.


ມື້ດຽວກັນ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີຂອງສປປລາວທີ່ເປັນປະເທດປະທານໝູນວຽນຂອງອາຊຽນກໍໄດ້ສົ່ງສານຊົມເຊີຍເຖິງຕໍ່ພິທີເປີດເຊັ່ນດຽວກັນ.